ລົດປີ້ນຫຼາຍຮອບຫງ່າຍທ້ອງປາງງ່າງ ບໍ່ເຈັບຈັກບ່ອນ ເຊື່ອບາລະມີຫຼວງປູ່ຄຸ້ມຄອງ
ເຊື່ອຍ້ອນບາລະມີຫຼວງປູ່ຄຸ້ມຄອງ! ລົດປີ້ນຫຼາຍຮອບ ບໍ່ເຈັບຈັກບ່ອນ ທ້າວ ພິລຸນ ອຸ່ນສີ ອາຍຸ 55 ປີ ນັກສະແດງຕົວປະກອບໜັງຫຼາຍເລື່ອງ ແລະໂຄສົກນັກຈັດລາຍການວິທະຍຸຊື່ດັງ ເປີດເຜີຍອຸບັດຕິເຫດລະທຶກທີ່ເກີດຂຶ້ນກັບຕົນເອງ ແຕ່ແຄ້ວຄາດປອດໄພເຊື່ອເພາະບາລິມີຫຼວງປູ່ທີ່ວາງໄວ້ໜ້າລົດຊ່ວຍຊີວິດເຫດເກີດກາງເດິກທີ່ຜ່ານມາ ທ້າວ ພິລຸນ ເປີດເຜີຍວ່າ ຕົນຂັບລົດມາຈາກບ່ອນເຮັດວຽກ ກຳລັງຈະມຸ່ງໜ້າກັບບ້ານແຕ່ເກີດວູບຫຼັບໃນ ເນື່ອງຈາກບໍ່ຄ່ອຍໄດ້ພັກຜ່ອນເຮັດໃຫ້ລົດລົງຂ້າງທາງແລ້ວປີ້ນຫຼາຍຮອບ ສະພາບລົດມຸ່ນໝົດ,…