ຈະມອບລາຍຮັບທັງໝົດຈາກການຂາຍບັດເຂົ້າຊົມການແຂ່ງຂັນ AFC U20 ຊ່ວຍແຂວງອຸດົມໄຊທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

0
4
ພາບຂ່າວ

ເພື່ອປະກອບສ່ວນຊ່ວຍແຂວງອຸດົມໄຊທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນເດືອນ ສິງຫາ ທີ່ຜ່ານມາ,ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບ ສະຫະພັນບານເຕະແຂວງອຸດົມໄຊ ເຫັນດີມອບລາຍຮັບທັງໝົດຈາກການຂາຍບັດເຂົ້າຊົມການແຂ່ງຂັນ AFC U20 ຮອບຄັດເລືອກ ກຸ່ມ C ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບນັ້ນ ໂດຍບໍ່ຫັກຄ່າໃຊ້ຈ່າຍໃດໆ,ໃຫ້ແກ່ອໍານາດການປົກຄອງບ້ານສາມັກຄີໄຊເມືອງຫຼາແຂວງອຸດົມໄຊ ເພື່ອຊວ່ຍສ້ອມແປງລະບົບນໍ້າລີນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ບ້ານດັ່ງກ່າວ.

ພາບຂ່າວ

ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ.

ພາບຂ່າວ

ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
– 10/09/2022 ເວລາ 19:00 ລາວ ພົບ ກວມ
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍ​ທອດ​ສົດ​ ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຊ່ອງ 3.
– ບັດເຂົ້າຊົມລາຄາ 10.000 ກີບ ສາມາດຊື້ໄດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫນາມກິລາແຫ່ງຊາດຫຼັກ 16 ໃນມື້ທີ່ມີການແຂ່ງຂັນ.

ພາບຂ່າວ

ຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ.

LEAVE A REPLY

Please enter your comment!
Please enter your name here