ຈີນປະກາດ…!!! ອະນຸມັດວັກ​ຊິນປ້ອງ​ກັນ ​ໂ ຄ ​ວິ ດ – 19 ​ແບບ​ສູບເຂົ້າປອດ.

0
2
ພາບປະກອບຂ່າວ

ອີງຕາມ​ຂ່າວ​ຈາກ​ ຮົງ​ກົງ ໃນວັນ​ທີ 4 ​ກັນຍາ​ນີ້, ຄັງ​ຊິ​ໂນ ​ໄບ​ໂອ​ໂລ​ຈິກ​ສ (CanSino Biologics) ບໍລິສັດ ຜະລິດ​ ວັກ​ຊິນ​ ຂອງ​ຈີນ​ແຈ້ງວ່າ: ໜ່ວຍ​ງານ ​ຄວບ​ຄຸມ​ ດ້ານ​ການ​ຢາ ຂອງ​ຈີນ ​ໄດ້​ອະນຸມັດ​ໃຫ້​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ​ແບບ​ສູບເຂົ້າປອດ ຂອງ​ບໍລິສັດ ​ເປັນ​ກໍລະນີ​ ສຸກ​ເສີນ​ແລ້ວ ກາຍ​ເປັນ​ຊະນິດ​ທຳ​ອິດຂອງ​ໂລກ ​ໂດຍ​ໃຊ້​ວັກ​ຊິນ ​ເຂັມ​ກະ​ຕຸ້ນ ການ​ອະນຸມັດ​ນີ້ ຈະ​ມີ​ຜົນ​ທາງ​ບວກ ​ຕໍ່​ຜົນ​ການ ​ດຳ​ເນີນ​ງານ​ ຂອງ​ບໍລິສັດຫາກ​ໜ່ວຍ​ງານລັດຖະບານ ທີ່​ກ່ຽວຂ້ອງ ຈັດ​ຊື້ ​ແລະ ນຳ​ໄປ​ໃຊ້ ​ໃນ​ການ​ຮັບ​ມື​ກັບ​ ການລະບາດ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນ​ຕໍ່ໜ້າ.

ພາບປະກອບຂ່າວ

ປັດຈຸບັນ ​ເມືອງ​ເຊີງ​ຕູ ທາງ​ຕາ​ເວັນ​ຕົກ​ ສ່ຽງ​ໃຕ້ ​ໄດ້​ໃຊ້​ ມາດ​ຕະການ ​ປິດ​ເມືອງ ​ໃນ​ຈຳນວນ ​ປະ​ຊາກ​ອນ ປະມານ 21 ລ້ານ​ຄົນ ຫລັງ​ຈາກ ຈີນ ກວດ​ພົບ​ຜູ້​ຕິດ​ເຊື້ອ​ລາຍ​ໃໜ່ 1.848 ຄົນ.

ທີ່ມາ: ຂປລ

LEAVE A REPLY

Please enter your comment!
Please enter your name here