
ມູນລະນິທິເຕືອນໄພພິບັດແຫ່ງຊາດ ໄດ້ເປີດພາບຄວາມເສຍຫາຍ ພາຍຸໄຕ້ຝຸ່ນ “ຫິນໜາມໜໍ່” ຖະຫຼົ່ມເກົາຫຼີໃຕ້ຮຸນແຮງທີ່ສຸດໃນຮອບ 20 ປີ.

ຫຼັງທາງພາກໃຕ້ຂອງປະເທດເກົາຫຼີໃຕ້ ດ້ວຍຄວາມໄວແຮງລົມ 169 ກມ./ຊມ. ຮຸນແຮງທີ່ສຸດໃນຮອບ 20 ປີ ສົ່ງຜົນໃຫ້ເມືອງໂພຮັງແຂວງຄະຍ໊ອງຊັງເໜືອ ໄດ້ຮັບຜົນກະທົບ ສຳນັກອຸຕຸນິຍົມວິທະຍາເກົາຫຼີໃຕ້ລາຍງານວ່າ: ພາຍຸໄຕ້ຝຸ່ນຫິນໜາມໜໍ່ ເຄື່ອນທີ່ຂື້ນເໜືອຄວາມໄວປະມານ 50 ກມ./ຊມ. ໂດຍອອກຈາກມະຫາສະໝຸດເກົາຫຼີເມື່ອເວລາປະມານ 07:10 ໂມງ ຕາມເວລາທ້ອງຖິ່ນ.


ສຳນັກອຸຕຸນິຍົມວິທະຍາເກົາຫຼີໃຕ້ໄດ້ຄາດການເພີ່ມເຕີມວ່າຝົນຈະຕົກລົງມາຢ່າງໜັກ ລົມແຮງ ແລະ ມີຄື້ນພາຍຸຊັດເຂົ້າຊາຍຝັ່ງ ຈົນເຖິງເຊົ້າວັນຄານ, ປະຊາຊົນ 3,463 ຄົນ ອົບພະຍົບອອກຈາກທີ່ພັກ ສ່ວນໃຫຍ່ເປັນປະຊາຊົນໃນພື້ນທີ່ທາງຕອນໃຕ້ ແລະ ມີລາຍງານຜູ້ສູນຫາຍ 1 ຄົນໃນເມືອງອຸລຊານ.






ຂໍ້ມູນ-ຮູບພາບ: Word Forum.