ປະຈຸບັນ ນອກຈາກຢາ ເສບ ຕິດ ທີ່ເປັນແບບສູບ, ດົມ ທີ່ສ້າງຄວາມເຊື່ອມເສຍ ແລະ ສ້າງຄວາມວຸ້ນວາຍ ທົບທົບຕໍ່ສັງຄົມເວົາສະເພາະກະແມ່ນຄົນອ້ອມຂ້າງ ແລະ ຄົນໃນຄອບຄົວຜູ້ເສບ, ຜູ້ດື່ມນັ້ນເອງ. ຫຼ້າສຸດຫຼາຍເຂດໃນລາວ ພາກັນເຮີ່ ມາກິນນໍ້າກະທ່ອມ ລັກລອບຊື້ຂາຍ, ຕົ້ມຂາຍ ປະກາດຂາຍຜ່ານສື່ອອນລາຍເລີຍກະມີ.
ຫຼ້າສຸດ ໃນວັນທີ 5 ກັນຍາ 2022 ເຈົ້າໜ້າທີ່ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັບຕົວສາຍຕົ້ມ ” ນໍ້າທ້ອມ ” ຈຳນວນ 7 ຄົນ ພົວພັນກັບການຄ້າ-ຂາຍ ແລະ ມົ້ວສຸມດື່ມນໍ້າໃບກະທ້ອມ ແລະ ນຳມາສຶກສາອົບຮົມ.
ເຈົ້າຫນ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 1 ກັນຍາ 2022 ເວລາ 1:00 ໂມງ ໄດ້ຕິດຕາມກຸ່ມເປົ້າໝາຍໄວລຸ້ນທີ່ມີພຶດຕິກໍາເຄື່ອນໄຫວຄ້າ-ຂາຍນໍ້າກະທ້ອມທີ່ປຸງແຕ່ງແລ້ວ ແລະ ໃບກະທ້ອມ ຢູ່ຂອບເຂດບ້ານແກ້ວສໍາພັນ ນະຄອນປາກເຊ ສາມາດກັກຕົວເປົ້າໝາຍໄດ້ຈໍານວນ 7 ຄົນ, ຍິງ 3 ຄົນ.
ເຊິ່ງຂອງກາງທີ່ພົບ ແລະ ຢຶດມາລວມມີ: ນໍ້າກະທ້ອມ 20 ລິດ, ໃບກະທ້ອມດິບ 7 ກິໂລ, ສານຕັ້ງຕົ້ນ (ນໍ້າເຊື້ອມຢາດີໄອ) 34 ແກ້ວ, ນໍ້າຕານ 5 ແກັດ ແລະ ອຸປະກອນນໍາໃຊ້ໃນການປຸງແຕ່ງນໍ້າກະທ້ອມ ຈຳນວນຫນຶ່ງ.
