ຄລິບ:
ໃນຕອນເຊົ້າ ເວລາປະມານ 09:10 ໂມງ ວັນທີ 06/09/2022 ໄດ້ເກີດເຫດໂຈນດຶງກະເປົ໋າ ເຂດເຕ້ 2, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ໂດຍເຫດການດັ່ງກ່າວໄດ້ເກີດຂື້ນກາງເວັນແສກໆ, ໂດຍໄດ້ມີໂຈນ 2 ຄົນຂັບລົດຈັກມາແລ້ວຄົນຊ້ອນກໍໄດ້ດຶງກະເປົ໋າຂອງຍິງສາວທີ່ຂັບລົດຈັກມາຄົນດຽວ ຈົນເຮັດໃຫ້ລົດຂອງຜູ້ກ່ຽວລົ້ມ ແລະ ໄດ້ຮັບບາດເຈັບ. ດັ່ງນັ້ນ, ຈຶ່ງຝາກເຕືອນມາຍັງທຸກທ່ານ ຈົ່ງມີສະຕິລະວັງໂຕຢູ່ຕະຫຼອດເວລາ ສັງຄົມທຸກມື້ນີ້ອັນຕະລາຍອີຫຼີ ແລະ ຂໍໃຫ້ຈັບໂຕຜູ້ກໍ່ເຫດມາຮັບໂທດໄດ້ໂດຍໄວດ້ວຍເຖີດ.




ຂໍ້ມູນ ແລະ ຄລິບວິດີໂອ: Ahua Laoxern.