ຮູ້ໄວ້ກ່ອນຈະຊ້າເກີນໄປ…!! 5 ຢ່າງ ທີ່ຫ້າມເຮັດລະຫວ່າງສາກແບັກໂທລະສັບ.

0
3
ພາບປະກອບຂ່າວ

ປະຈຸບັນນີ້ ປາສະຈາກບໍ່ໄດ້ວ່າ ໂທລະສັບມືຖື ກາຍມາເປັນສ່ວນໜຶ່ງຂອງຊີວິດປະຈຳວັນແລ້ວ ບໍ່ວ່າຈະເປັນການໃຊ້ເພື່ອຕິດຕໍ່ສື່ສານ, ໃຊ້ເພື່ອສ້າງຄວາມບັນເທິງ, ຕິດຕາມຂໍ້ມູນຂ່າວສານເຫດການບ້ານເມືອງ ແລະ ອື່ນໆອີກຫຼາຍຢ່າງ. ແນ່ນອນທີ່ສຸດວ່າ ທຸກມື້ນີ້ລາຄາໂທລະສັບມືຖືກໍມີມູນຄ່າສູງຂື້ນ ດັ່ງນັ້ນ, ເຮົາກໍຄວນຈະຮັກສາ ແລະ ເບິ່ງແຍງມັນໃຫ້ດີ. ເຊິ່ງມືນີ້ພວກເຮົານຳຄວາມຮູ້ໃນການສາກແບັກໂທລະສັບທີ່ຖືກຕ້ອງມາຝາກເພື່ອນ:

1. ບໍ່ຄວນສຽບສາຍສາກແບບຜິດໆ.

ພາບປະກອບຂ່າວ

ວິທີການສຽບສາຍສາກທີ່ຖືກຕ້ອງ ພວກເຮົາຈະຕ້ອງສຽບປັບກັບເຕົ້າສຽບກ່ອນ ແລ້ວຈຶ່ງສຽບສາຍສາກກັບໂທລະສັບມືຖືຂອງພວກເຮົາ ຈຶ່ງຈະເປັນວິທີທີ່ຖືກຕ້ອງ ບໍ່ກະຕຸ້ນໃຫ້ເກີດປະກາຍໄຟ ແລ້ວກໍຍັງຊ່ວຍຖະໜອມອຸປະກອນ ລວມເຖິງຊ່ວຍເພີ່ມຄວມປອດໄພໃຫ້ກັບຜູ້ໃຊ້ອີກດ້ວຍ.

2. ບໍ່ຄວນໃຊ້ຫົວ ແລະ ສາຍສາກປອມ.

ພາບປະກອບຂ່າວ

ແນ່ນອນວ່າ ຫົວສາກ ແລະ ສາຍສາກທີ່ບໍ່ໄດ້ຮັບການຢືນຢັນມາດຕະຖານ ອາດຈະເປັນຜົນໃຫ້ເກີດຄວາມເສື່ອມໂຊມຕໍ່ໂທລະສັບຂອງທ່ານໄດ້ ດັ່ງນັ້ນ, ເຮົາຄວນຈະເລືອກຫົວສາກ ແລະ ສາຍສາກ ໃຫ້ຖືກຕ້ອງຕາມມາດຕະຖານ.

3. ບໍ່ຄວນສາກແບັກ ແລ້ວໃຊ້ງານໄປພ້ອມ.

ພາບປະກອບຂ່າວ

ທີ່ຜ່ານມາເຮົາກໍເຄີຍໄດ້ຍິນຂ່າວ ທີ່ນອນສາກໂທລະສັບແລ້ວເອົາມາຫຼິ້ນແລ້ວຖືກໄຟຊ໊ອດ ຫຼື ໂທລະສັບລະເບີດໃສ່, ເຊິ່ງມັນເກີດຂື້ນໄດ້ຈິງ ເນື່ອງມາຈາກອາດຈະໃຊ້ຫົວສາກ ແລະ ສາຍສາກ ທີ່ບໍ່ໄດ້ມາດຕະຖານ ອີກຢ່າງກໍຈະເຮັດໃຫ້ເກີດຄວາມຮ້ອນສະສົມຈາກການສາກ ແລະ ໃຊ້ງານໄປພ້ອມນັ້ນເອງ. ດັ່ງນັ້ນ, ເຮົາຄວນຈະສາກໃຫ້ແລ້ວກ່ອນ ຈຶ່ງນຳມາໃຊ້ງານຈຶ່ງຈະເປັນການດີທີ່ສຸດ.

4. ຢ່າປະຢັດໂດຍການປ່ຽນເປັນແບັກເຕີຣີ່ປອມ.

ພາບປະກອບຂ່າວ

ການທີ່ເຮົາປະຫຍັດແມ່ນເປັນການດີ ແຕ່ການທີ່ເຮົາຍອມເສຍເງິນເພີ່ມຈັກເລັກໜ້ອຍເພື່ອຄວາມປອດໄພຂອງເຮົາ ໂດຍການເລືອກທີ່ຈະປ່ຽນແບັກເຕີຣີ່ໂທລະສັບເປັນຂອງແທ້ ແລະ ໄດ້ມາດຕະຖານ. ເພາະແບັກເຕີຣີ່ປອມນັ້ນ ເຖິງລາຄາຈະຖືກກວ່າ ແຕ່ປະສິທິພາບ ແລະ ມາດຕະຖານ ກໍດ້ອຍຄ່າກວ່າເຊັ່ນກັນ ເພາະລະບົບຄວາມປອດໄພໃນການປ້ອງກັນໄຟຟ້າລັດວົງຈອນກໍບໍ່ມີເຊັ່ນກັນ.

5. ຢ່າປ່ອຍໃຫ້ແບັກເຕີຣີ່ໝົດກ້ຽງເຫຼືອ 0% ຫຼື ໃຊ້ຈົນເຄື່ອງດັບ.

ພາບປະກອບຂ່າວ

ຄົງຈະເປັນນິໄສຂອງໃຜຫຼາຍຄົນ ກັບການທີ່ຫຼິ້ນຈົນແບັກເຕີຣີ່ໝົດກ້ຽງຈົນເຫຼືອ 0% ຫຼື ຈົນເຄື່ອງດັບ, ເຊິ່ງເປັນພຶດຕິກຳທີ່ເຮັດໃຫ້ແບັກເຕີຣີ່ເສື່ອມໄວທີ່ສຸດ ເພາະເມື່ອທີ່ເຮົາຈະເປີດເຄື່ອງຂື້ນມາໃໝ່ນັ້ນ ຈະຕ້ອງໄດ້ໃຊ້ກຳລັງໄຟທີ່ແຮງຫຼາຍ ຈະເຮັດໃຫ້ແບັກເຕີຣີ່ມີຄວາມຮ້ອນສູງ, ທາງທີ່ດີເຮົາຄວນຈະເລີ່ມສາກແບັກເມື່ອແບັກເຕີຣີ່ຕໍ່າກວ່າ 30% ຈະເປັນການດີທີ່ສຸດ.

ຂໍ້ມູນ: feedsod.

LEAVE A REPLY

Please enter your comment!
Please enter your name here