ໄຊຍະບູລີເຊັນສັນຍາ ຟື້ນຟູຊົນລະປະທານ 14 ໂຄງການທີ່ໄດ້ຮັບຜົນກະທົບຈາກໄພພິບັດມູນຄ່າ 4 ຕື້ 729 ລ້ານກວ່າກີບ.

0
2

ການເຊັນສັນຍາຮັບເໝົາຟື້ນຟູຊົນລະປະທານໂຄງການໄພພິບັດປີ 2022 ຈໍານວນ 14 ໂຄງການຂອງແຂວງໄຊຍະບູລີ ລະຫວ່າງພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໃນນາມເຈົ້າຂອງໂຄງການກັບບໍລິສັດດວງຈັນຮຸ່ງເຮືອງຈໍາກັດຜູ້ດຽວ. ໃນນາມຜູ້ຮັບເໝົາກໍ່ສ້າງສ້ອມແປງ ເຊິ່ງໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2022 ນີ້ ທີ່ຫ້ອງປະຊຸມຊົນລະປະທານແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຫຼາຍ ຄໍາພູມີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ຮອງເຈົ້າເມືອງ 6 ເມືອງ ຄື: ເມືອງໄຊຍະບູລີ, ເມືອງຊຽງຮ່ອນ, ເມືອງຫົງສາ, ເມືອງພຽງ ແລະ ເມືອງແກ່ນທ້າວ ພ້ອມດ້ວຍວິຊາການທັງສອງຝ່າຍເຂົ້າຮ່ວມ.

ການຟື້ນຟູສ້ອມແປງໂຄງການຊົນລະປະທານທີ່ຖືກຜົນກະທົບຈາກໄພນໍ້າຖ້ວມມີ 14 ໂຄງການໃນຈໍານວນ 6 ເມືອງຂອງແຂວງໄຊຍະບູລີ ມີມູນຄ່າທັງໝົດ 4 ຕື້ 729 ລ້ານກວ່າກີບ ໂດຍແມ່ນທຶນງົບປະມານຂອງລັດ. ຈະໄດ້ເລີ່ມຈັດຕັ້ງປະຕິບັດໃນກາງເດືອນກັນຍາປີ 2022 ເປັນຕົ້ນໄປ ແລະ ຈະໃຫ້ສໍາເລັດທ້າຍປີ 2023 ກໍານົດ 12 ເດືອນ ເຊິ່ງແມ່ນບໍລິສັດດວງຈັນຮຸ່ງເຮືອງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງສ້ອມແປງ. ໃນດ້ານການຊໍາລະແມ່ນແບ່ງເປັນ 3 ໄລຍະຄື: ໄລຍະທີ 1 ໜ້າວຽກສໍາເລັດ 30% ໄລຍະທີ 2 ໜ້າວຽກສໍາເລັດ 70% ແລະ ໄລຍະທີ 3 ໜ້າວຽກສໍາເລັດເກືອບ 100% ການສ້ອມແປງ ແລະ ຟື້ນຟູຊົນລະປະທານໃນ 14 ໂຄງການໃນນີ້:

 

ມີຢູ່ເມືອງໄຊຍະບູລີ 8 ແຫ່ງ ສ້ອມແປງຫົວງານລະບົບຄອງເໝືອງ, ເມືອງຄອບໜຶ່ງແຫ່ງສ້ອມແປງຄອງເໝືອງ, ເມືອງຫົງສາ 2 ແຫ່ງສ້ອມແປງຄອງເໝືອງ ແລະ ຫົວງານ, ເມືອງຊຽງຮ່ອນ 1 ແຫ່ງ ຂຸດລອກໜ້າຝາຍສ້ອມແປງຄອງເໝືອງ, ເມືອງພຽງ 1 ແຫ່ງສ້ອມແປງຫົວງານ ແລະ ເມືອງແກ່ນທ້າວ 1 ແຫ່ງ ສ້ອມແປງຄອງເໝືອງ. ພາຍຫຼັງກໍ່ສ້າງແລ້ວສາມາດຟື້ນຟູຫົວງານ ແລະ ຄອງເໝືອງໄດ້ 14 ໂຄງການ ແລະ ສະໜອງນໍ້າຫົດເນື້ອນທີ່ໄດ້ທັງໝົດລະດູຝົນຈໍານວນ 362 ເຮັກຕາ ແລະ ເນື້ອທີ່ລະດູແລ້ງຈໍານວນ 347 ເຮັກຕາ. ຈາກນັ້ນ ໃນພິທີໄດ້ຮ່ວມລົງນາມເຊັນບົດບັນທຶກທັງສອງຝາຍ ໂດຍທ່ານ ບຸນຫຼາຍ ຄໍາພູມີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃນນາມເຈົ້າຂອງໂຄງການ ແລະ ທ່ານ ດວງສະໝອນ ບົວມະນີຈັນ ອໍານວຍການບໍລິສັດຮຸ່ງເຮືອງຈໍາກັດໃນນາມຜູ້ຮັບເໝົາກໍ່ສ້າງໂດຍຊ້ອງໜ້າບັນດາແຂກທີ່ເຂົ້າຮ່ວມເປັນສັກຂີພິຍານ.

 

ຂ່າວ+ພາບ: ບຸນທີ

LEAVE A REPLY

Please enter your comment!
Please enter your name here