
ສະພາບເສັ້ນທາງ ແຕ່ແຂວງອຸດົມໄຊ ອອກໄປແຂວງຫຼວງນໍ້າທາ ຕາມເສັ້ນທາງຫຼວງແຫ່ງຊາດ ແມ່ນພົບຄວາມຫຍຸ້ງຍາກ, ເນື່ອງຈາກຝົນຕົກໃນວັນທີ 3-4 ກັນຍາ ທີ່ຜ່ານມາ, ເຮັດໃຫ້ມີດິນເຈື່ອນລົງມາແຕ່ເທິງພູ ເຮັດໃຫ້ທາງມື່ນ.

ດັ່ງນັ້ນ, ຈຶ່ງເຕືອນໄພມາຍັງປະຊາຊົນຜູ້ນຳໃຊ້ລົດໃຊ້ຖະໜົນ, ຖ້າບໍ່ຈຳເປັນໃຫ້ຫຼີກເວັ້ນໃຊ້ເສັ້ນດັ່ງກ່າວ ຫຼື ສຶກສາສະພາບເສັ້ນທາງ ແລະ ພະຍາກອນອາກາດ ກ່ອນອອກເດີນທາງ.

ສະຖານທີ່ເກີດອຸບັດຕິເຫດແມ່ນເຂດຫຼັກ 23 ທາງໄປເມືອງນາໝໍ້.

ທີ່ມາ: Lao National Radio