ລົດປີ້ນຫຼາຍຮອບຫງ່າຍທ້ອງປາງງ່າງ ບໍ່ເຈັບຈັກບ່ອນ ເຊື່ອບາລະມີຫຼວງປູ່ຄຸ້ມຄອງ

0
6

ເຊື່ອຍ້ອນບາລະມີຫຼວງປູ່ຄຸ້ມຄອງ! ລົດປີ້ນຫຼາຍຮອບ ບໍ່ເຈັບຈັກບ່ອນ

ທ້າວ ພິລຸນ ອຸ່ນສີ ອາຍຸ 55 ປີ ນັກສະແດງຕົວປະກອບໜັງຫຼາຍເລື່ອງ ແລະໂຄສົກນັກຈັດລາຍການວິທະຍຸຊື່ດັງ ເປີດເຜີຍອຸບັດຕິເຫດລະທຶກທີ່ເກີດຂຶ້ນກັບຕົນເອງ ແຕ່ແຄ້ວຄາດປອດໄພເຊື່ອເພາະບາລິມີຫຼວງປູ່ທີ່ວາງໄວ້ໜ້າລົດຊ່ວຍຊີວິດເຫດເກີດກາງເດິກທີ່ຜ່ານມາ

ທ້າວ ພິລຸນ ເປີດເຜີຍວ່າ ຕົນຂັບລົດມາຈາກບ່ອນເຮັດວຽກ ກຳລັງຈະມຸ່ງໜ້າກັບບ້ານແຕ່ເກີດວູບຫຼັບໃນ ເນື່ອງຈາກບໍ່ຄ່ອຍໄດ້ພັກຜ່ອນເຮັດໃຫ້ລົດລົງຂ້າງທາງແລ້ວປີ້ນຫຼາຍຮອບ ສະພາບລົດມຸ່ນໝົດ, ແວ່ນຕົກ ລົດຫງາຍທ້ອງລໍ້ຊີ້ຟ້າ “ ແຕ່ລອດປາຕິຫານ ໄຮ້ຮ້ອຍເຈັບ ເຊື່ອວ່າເກີດຈາກຫຼວງປູ່ສະຣວງ ລຸ່ນເພີ່ມຊັບຮັບໂຊກ ທີ່ເພື່ອນໃຫ້ມາຊ່ວຍຊີວິດ

ຕອນທີ່ໄດ້ມາກໍ່ວາງໄວ້ໜ້າລົດ ເວລາຂັບໄປໃສມາໃສກໍຈະເຫັນທ່ານູ່ຕະຫຼອດ ຕອນທີ່ລົດປີ້ນຂວ້ຳຫງາຍທ້ອງຫຼວງປູ່ສະຣວງກໍຕົກລົງມາຢູ່ທີ່ມືພໍດີ ບໍ່ຮູ້ວ່າເປັນຫຍັງຈຶ່ງເປັນແບບນີ້ ເລີຍຄານອອກມາຈາກລົດພ້ອມກັບຫຼວງປູ່ທີ່ຕິດມືມາດ້ວຍ.”

LEAVE A REPLY

Please enter your comment!
Please enter your name here