ປະກາດຮັບສະໝັກພະນັກງານບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ
ອີງຕາມການພັດທະນາຂອງບໍລິສັດ,ບໍລິສັດທາງລົດໄຟລາວຈີນປະກາດຮັບສະໝັກພະນັກງານຄົນລາວແບບເປີດກວ້າງ ຈໍານວນ 225 ຄົນ, ລາຍລະອຽດການຮັບສະໝັກມີດັ່ງນີ້:
ເງື່ອນໄຂ ຜູ້ສະໝັກ ແລະ ຕໍາແໜ່ງງານ ໄດ້ລະບຸລະອຽດໃນເອກະສານຂັດຕິດລຸ່ມນີ້.
ໄລຍະເວລາຮັບເອກະສານສະໝັກງານ:
ລະຫວ່າງວັນທີ 20 ຕຸລາ ຫາ ວັນທີ 30 ຕຸລາ 2022
ຂັ້ນຕອນການສະໝັກ:
ປະກອບເອກະສານດັ່ງຕໍ່ໄປນີ້:
(1)ດາວໂຫລດຟອມສະໝັກເຂົ້າເປັນພະນັກງານບໍລິສັດທາງລົດໄຟລາວ-ຈີນ ແລະ ປະກອບໃຫ້ຄົບຖ້ວນ. (https://drive.google.com/…/1PJCNBlEqHXEWwpZU3L9Xkgd9iY8…);
– ໃບຢັ້ງຢືນ HSK (ຖ້າມີ);
– ໃບປະກາດ ແລະ ໃບຄະແນນ;
– ບັດປະຈໍາຕົວທີ່ຍັງບໍ່ໝົດກໍານົດ;
– ໃບແຈ້ງໂທດ;
– ໃບກວດສຸຂະພາບ ( ສາຍຕາ, ການຟັງ, ພະຍາດຕິດຕໍ່ອື່ນໆ);
– ໃບຢັ້ງຢືນທີ່ຢູ່;
– ໃບຢັ້ງຢືນການຮັບວັກຊິນປ້ອງກັນໂຄວິດ 2 ເຂັມຂຶ້ນໄປ ແລ້ວສົ່ງຟາຍເອກະສານດັ່ງກ່າວມາທີ່ Email: hr-200@lcrc.ltd
ສອບຖາມລາຍລະອຽດໄດ້ທີ່ເບີໂທ: 020-57857188 ຕິດຕໍ່ໄດ້ສະເພາະເວລາ ລັດຖະການ 8:30-11:00, 14:30-17:00 ເທົ່ານັ້ນ.
ທີ່ມາ: Laos – China Railway Company Limited