ແຈ້ງການ…!!! ຈາກກະຊວງໂຍທາ ຈັດຕັ້ງປະຕິບັດລາຄາຄ່າໂດຍສານ ສະບັບປັບປຸງໃຫ່ມ ເລີ່ມ19 ຕຸລາ 2022 ເປັນຕົ້ນໄປ

0
3

ອີງຕາມແຈ້ງການຂອງ ກະຊວງໂຍທາທິການແລະຂົນສົ່ງ ສະບັບເລກທີ 24669/ຫກ. ລົງວັນທີ 7 ຕຸລາ 2022ທາງສະຖານີຂອງພວກເຮົາຈະໄດ້ຈັດຕັ້ງປະຕິບັດລາຄາຄ່າໂດຍສານສະບັບປັບປຸງໃຫ່ມ

ຕາມແຈ້ງການຂອງ ກະຊວງ ຍທຂ ເຊີ່ງຈະເລີ້ມປະຕິບັດນໍາໃຊ້ລາຄາດັ່ງກ່າວນັບແຕ່ວັນທີ 19 ຕຸລາ 2022 ເປັນຕົ້ນໄປ. ສອບຖາມຂໍ້ມູນເວລາ ແລະ ລາຄາຄ່າໂດຍສານໄດ້ທີ່ 020 77766651 ຫລື 020 22740521

ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້​ ນະຄອນຫຼວງ​ວຽງຈັນ​ ຈຳກັດ​ຜູ້ດຽວ​ ໄດ້ອັບເດດຕາຕະລາງສາຍຫຼັກ​ລາຄາຄ່າ​ໂດຍສານ​ສາຍ​ໃຕ້​ເຊັ່ນ:
ລົດເມທຳມະດາ:
ວຽງຈັນ​-ປາກຊັນ​ ລາຄາ​ 80.000​ ກີບ
ວຽງຈັນ​-ຫຼັກ20 ລາຄາ​ 130.000​ ກີບ

ວຽງຈັນ​-ເຊໂປນ ລາຄາ​ 240.000​ ກີບ
ວຽງຈັນ​-ທ່າແຂກ​ ລາຄາ​ 115.000​ ກີບ
ວຽງຈັນ​-ສະຫວັນ​ ລາຄາ​ 170.000​ ກີບ

ວຽງຈັນ​-ປາກເຊ​ ລາຄາ​ 240.000​ ກີບ
ວຽງຈັນ​-ສາລະວັນ​ ລາຄາ​ 230.000​ ກີບ
ວຽງຈັນ​-ເຊກອງ​ ລາຄາ​ 260.000​ ກີບ

ວຽງຈັນ​-ອັດຕະປື​ ລາຄາ​ 300.000​ ກີບ
ວຽງຈັນ​-ຊຽງຂວາງ​ ລາຄາ​ 180.000​ ກີບ
ນອກນັ້ນ,​ ຍັງມີລາຄາລົດເມດ່ວນ VIP2​ ແລະ VIP1​ ເຊິ່ງລາຄາຈະແຕກຕ່າງກັນ ໂດຍລາຄານີ້ເລີ່ມປະຕິບັດວັນທີ 19​ ຕຸລາ​ 2022​ ນີ້

ລາຍລະອຽດເອກະສານແຈ້ງການດັ່ງນີ້

.

.

.

 

ທີ່ມາ:

 

 

LEAVE A REPLY

Please enter your comment!
Please enter your name here