ເອົາອີກແລ້ວ…!!! ເຈົ້າໜ້າທີ່ກວດພົບຢາບ້າ 3.500.000 ເມັດ ໃນທ້າຍກະບະລົດວີໂກ້

0
4

ຊົມເຊີຍ ປກສ ບໍ່ແກ້ວ ພົບຢາບ້າ 3.500.000 ເມັດ ໃນທ້າຍລົດກະບະ ເຊິ່ງໃນວັນທີ 15 ຕຸລາ 2022 ເວລາປະມານ 5-6 ໂມງ ເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງງາມ ເມືຶອງຕົ້ນເຜີ້ງ ແຂວງບໍ່ແກ້ວ

ໄດ້ອອກເຄື່ຶອນໄຫວລາດຕະເວນໄດ້ພົບເຫັນລົດວີໂກ້ ຈອດຖີ້ມຢູ່ແຄມທາງ ພ້ອມຢາບ້າຈຳນວນ 3.500.000 ເມັດ ແລະ ເຄຕາມິນ 66 ກິໂລກຼາມ.
ເຈົ້າຫນ້າທີ່ເຜີຍວ່າ:

ໄດ້ລາດຕະເວນພົບເຫັນລົດ ວິໂກ້ ກະບະສີຂາວ ບໍ່ມີປ້າຍທະບຽນ ມີຜ້າດຳປົກທ້າຍຈອດຢູ່ແຄມທາງເຂດກ້ອງບ້ານໃຫຍ່ສີເມືອງງາມ ຫາ ບ້ານນ້ຳແງ້ນທາງເຈົ້າໜ້າທີ່ໄດ້ກວດກາພົບເຫັນເຄື່ອງຂອງກາງທີ່ຊຸກເຊືອງຢູ່ໃນລົດ ແລະ ກະບະລົດຄື:

– ຢາບ້າຈຳນວນ 14 ເປົາ ມີຈຳນວນ 350 ແພັກ ຫຼື 1,750 ມັດ, ເທົ່າກັບ 3.500.000 ເມັດ, ນ້ຳໜັກ 385 ກິໂລ.
– ຄ້າຍຄື ຢາເຄຕາມິນຈຳນວນ 02 ເປົາ, ມີຈຳນວນ 66 ຫໍ່, ນ້ຳນັກ 66 ກິໂລ.

– ລົດກະບະວີໂກສີຂາວ 1 ຄັນ ( ບໍ່ມີປ້າຍທະບຽນ ) ສ່ວນຜູ້ກະທຳຜິດແມ່ນເອົາຕົວລົບໜີ.
ປັດຈຸບັນທາງເຈົ້າໜ້າທີ່ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງ ກຳລັງສືບຄົ້ນຫາເປົ້າໝາຍທີ່ເອົາຕົວຫລົບໜີ.

 

ພາບ-ຂ່າວ: ຮອ ທົງໄຊ ໄຊມະນີ

LEAVE A REPLY

Please enter your comment!
Please enter your name here