9 ເຄື່ອງລາງຕາມຄວາມເຊື່ອແບບຈີນ ມີໄວ້ໃນເຮືອນມີແຕ່ເຮັງ ມີແຕ່ລວຍ
1.ນໍ້າເຕົ້າ: ນໍ້າເຕົ້າໃນທາງຈີນເຊື່ອກັນວ່າເປັນເຄື່ອງລາງນຳໂຊກທີ່ດີຢ່າງໜຶ່ງ ໂດຍລັກສະນະຂອງນໍ້າເຕົ້ານັ້ນຄ້າຍກັບເລກ 8 ຊຶ່ງເຊື່ອກັນວ່າເປັນເລກມຸງຄຸນ ເຮັດໃຫ້ເງີນທອງໄຫຼມາບໍ່ຮູ້ຈົບ ແລະຍັງຊ່ວຍໃນເລື່ອງຂອງສຸກຂະພາບໃຫ້ແຂງແຮງ ອາຍຸຍືນຍາວອີກນໍາ ໂດຍສ່ວນໃຫຍ່ແລ້ວມັກຈະນິຍົມແຂວນໄວ້ຕາມບ້ານ ຫຼືໃນລົດສ່ວນຕົວ ແຕ່ຖ້າຈະນຳມາພົກຕິດຕົວໄວ້ກໍສາມາດເຮັດໄດ້ເຊັ່ນກັນ.
2.ກົບຄາບຫຼຽນ: ນັບວ່າເປັນເຄື່ອງລາງອີກໜຶ່ງຊະນິດທີ່ໄດ້ຮັບຄວາມນິຍົມໃນການນຳໄປພົກພາຕິດຕົວໄວ້ ໂດຍເຊື່ອກັນວ່າຖ້າໃຜໄດ້ນຳຕິດຕົວໄວ້ຈະຊ່ວຍໃນເລື່ອງຂອງຄວາມຮັ່ງມີ ລໍ້າລວຍ ໂດຍຈຸດເລິ່ມຕົ້ນຂອງຄວາມເຊື່ອນີ້ມາຈາກການທີ່ກົບຄາບຫຼຽນນັ້ນເປັນສັດລ້ຽງຂ້າງກາຍຂອງ ຫຼິວໄຫ່ສານ ຊຽນຂອງລັດທິເຕົ໋າທີ່ມີຊື່ສຽງໃນດ້ານການປະທານຊັບສິນເງີນຄໍານັ້ນເອງ
3.ໄສ່ຊິງເອ໊ຍ: ເທບເຈົ້າທີ່ຫຼາຍຄົນໜ້າຈະຄຸ້ນໜ້າຄຸ້ນຕາເປັນຢ່າງດີ ເພາະມັກຈະຖືກນຳຮູບມາໃຊ້ໃຫ້ເຮົາເຫັນຢູ່ເລື້ອຍນັ້ນເອງ ຊຶ່ງກໍເປັນເຄື່ອງລາງອີກຊິ້ນໜຶ່ງທີ່ຊ່ວຍຄົນທີ່ພົກຕິດຕົວຈະມີແຕ່ຄວາມຮັ່ງມີສີສຸກ ລໍ້າລວຍ ແລະສົມຫວັງຕາມຄວາມປາດຖະໜາ
4.ປີ່ເຊຍ: ໂດຍຈະມີລັກສະນະຄ້າຍກັບ ແມວ ນົກ ມັງກອນ ກວາງ ຊຶ່ງບໍ່ວ່າຈະເປັນສັດຊະນິດໃດກໍຈະມີຈຸດທີ່ຄືກັນຄືຈະບໍ່ມີຮູທະວານທີ່ທາງຫຼັງ ສາເຫດທີ່ເປັນເຊັ່ນນີ້ເພາະເຊື່ອກັນວ່າຫາກໄດ້ພົກຕິດຕົວເອົາໄວ້ຈະເປັນການດູດຊັບເຂົ້າຫາຕົວແລະບໍ່ມີທາງອອກໄປ ຊັບສົມບັດບໍ່ຮົ່ວໄຫຼ ປຽບໄດ້ກັບສັດໃນຕຳນານທີ່ບໍ່ມີຮູທະວານໃຫ້ສິ່ງຕ່າງໆ
5.ຫຼຽນຈີນບູຮານ: ໂດຍຊາວຈີນເຊື່ອກັນວ່າຖ້າພົກຫຼຽນແບບນີ້ເອົາໄວ້ກັບຕົວຈະຊ່ວຍໃນເລື່ອງຂອງໂຊກລາບ ລໍ້າລວຍເງີນຄໍາ ຮັ່ງມີ ໂອກາດດີທີ່ຈະເຂົ້າມາແບບບໍ່ຮູ້ຕົວ ແລະເຮັດໃຫ້ໂອກາດສ່ຽງໂຊກ (ການພະນັນ) ມີໂອກາດສຳເລັດສູງຂຶ້ນ
6.ມັງກອນ: ຄົນຈີນມີຄວາມເຊື່ອກັນວ່າຖ້າຫາກໃຜມີມັງກອນຢູ່ທີ່ບ້ານ ຈະຊ່ວຍເສີມເລື່ອງຄວາມມັ່ງຄັ່ງ ພະລັງອຳນາດ ແລະຄວາມໂຊກດີໄດ້ ເນື່ອງຈາກມັງກອນສື່ເຖິງຄົນທີ່ຍິ່ງໃຫຍ່ ຍິ່ງໃຫຍ່ ລໍ້າລວຍ ແລະແຂງແກ່ງນັ້ນເອງ ຍິ່ງໄປກວ່ານັ້ນຍັງວ່າກັນວ່າ ມັງກອນສາມາດເສີມພະລັງຊີ່ໃຫ້ກັບຕົວບ້ານໄດ້ອີກຕ່າງຫາກ
7.ກິເລນ: ຮ້ອງອີກຢ່າງໜຶ່ງວ່າມ້າມັງກອນ ເປັນສັດມຸງຄຸນນຳໂຊກໃນຕຳນານ ມີຫົວເປັນມັງກອນ ຕົວເປັນມ້າ ກີບເປັນກວາງ ແລະຜິວເປັນເກັດປາ ຊຶ່ງຕາມຫຼັກຮວງຈຸ້ຍເຊື່ອກັນວ່າ ກິເລນສາມາດດູດຊັບພະລັງງານດີ ແບ່ງແຍກຄວາມດີແລະຄວາມຊົ່ວ ແຖມຍັງຊື່ສັດກັບເຈົ້າຂອງດ້ວຍ ຈຶ່ງຖືເປັນວັດຖຸມຸງຄຸນທີ່ຊ່ວຍຄຸ້ມຄອງຄົນໃນບ້ານຈາກຄວາມຊົ່ວຮ້າຍ ຊ່ວຍເສີມຄວາມຈະເລີນຮຸ່ງເຮືອງ ແລະຊ່ວຍຖືຮັກສາສຸກຂະພາບໃຫ້ແຂງແຮງໄດ້
8.ສິງຄູ່: ເປັນສັດຜູ້ພິທັກຕາມຄວາມເຊື່ອຂອງຊາວຈີນ ວ່າກັນວ່າຜູ້ທີ່ມີອຳນາດແລະເງີນຄໍາຈະວາງສິງຄູ່ປະະດັບໄວ້ໜ້າປະຕູທາງເຂົ້າ ເພື່ອຊ່ວຍປົກປັກຖືຮັກສາຊັບສິນແລະຄົນໃນບ້ານ ສິງຄູ່ທີ່ດີຄວນມີທັງຕົວຜູ້ແລະຕົວເມຍ ເພາະຕົວຜູ້ຈະຢຽບໂລກໄວ້ໃຕ້ອຸ້ງຕີນຂວາ ຄືການປ້ອງກັນບ້ານແລະອານາຈັກ ສ່ວນຕົວເມຍຈະຢຽບລູກໄວ້ໃຕ້ອຸ້ງຕີນຊ້າຍ ປຽບຄືການປ້ອງກັນຈາກສັນຊາດຍານແມ່
9.ເຮືອສຳເພົາຈີນ: ຖືເປັນຂອງມົງຄົນສັກສິດຄູ່ບ້ານແລະຄູ່ອອຟຟິດຂອງຄົນຈີນ ໂດຍສະເພາະຢ່າງຍິ່ງໃນກຸ່ມນັກທຸລະກິດ ເນື່ອງຈາກສະໄໝກ່ອນຜູ້ຄົນນິຍົມໃຊ້ເຮືອສຳເພົາໃນການຄ້າຂາຍ ໂດຍສະເພາະຢ່າງຍິ່ງກັບການຄ້າຂາຍກັບຕ່າງປະເທດ ເຮັດໃຫ້ເວລາເຮືອແລ່ນກລັບບ້ານກໍຈະຂົນເງີນຄໍາຫຼືສິນຄ້າມາເຕັມເຮືອ ຈົນກາຍເປັນສັນຍະລັກຂອງຄວາມຮັ່ງມີລໍ້າລວຍນັ້ນເອງໃຫ້
ຂໍ້ມູນ: ວັດຖຸມຸງຄຸນ