ແຈ້ງເຕືອນ..!! ທຸກພາກກຽມຮັບມືອາກາດເຢັນ-ໜາວເຢັນ ອຸນຫະພູມຕ່ຳສຸດ 1-3 ອົງສາ 17-23 ຕຸລາ 2022

0
5

ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ໃນໄລຍະວັນທີ 17-23 ຕຸລາ 2022

ຂປລ. ສະພາບອາກາດ ໃນໄລຍະວັນທີ 17-23 ຕຸລາ 2022 ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່

ຊຶ່ງຈະ ເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ 1-3 ອົງສາ ຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ ປາກຊ່ອງ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປ.

ສໍາລັບພາຍຸເຂດຮ້ອນ ເນສາດ (NESAT) ຫົວທີ 20 ທີ່ກໍາລັງເຄື່ອນທີ່ ມາທາງທະເລຈີນໃຕ້ ແລະ ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານທາງພາກໃຕ້ ຂອງເກາະໄຮໜານ ແລະ ຈະເຄື່ອນທີ່ເຂົ້າໃກ້ຝັ່ງເຂດພາກເໜືອຂອງ ປະເທດຫວຽດນາມ ໃນວັນທີ 19-21 ຕຸລາ 2022 ນີ້,

ຈາກນັ້ນກໍຈະອ່ອນ ກໍາລັງລົງຕາມລໍາດັບກາຍເປັນພາຍຸດີເປຊັນ ຊຶ່ງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ບາງບໍລິເວນໃນແຕ່ລະພາກ ແລະ ຕົກປານ ກາງ ຫາ ຕົກໜັກ

ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

LEAVE A REPLY

Please enter your comment!
Please enter your name here