ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກອງປະຊຸມຜູ້ແທນ ຄັ້ງທີ V ໄລຍະກາງສະໄໝ ຂອງອົງຄະນະພັກກອງບັນຊາການທະຫານແຂວງບໍ່ແກ້ວ ຂຶ້ນໃນວັນທີ 24 ສິງຫາ 2022 ນີ້, ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງແຂວງບໍ່ແກ້ວ, ສະຫາຍ ພົນຈັດ ຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງບໍ່ແກ້ວ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ຄະນະປະຈຳພັກກອງບັນຊາການ ຄະນະບໍລິຫານງານພັກ, ຄະນະພັກຮາກຖານ ແລະ ບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກທົ່ວທະຫານແຂວງບໍ່ແກ້ວເຂົ້າຮ່ວມ. ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ຜ່ານບົດສະຫຼຸບຕີລາຄາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ໄລຍະກາງສະໄໝ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ທິດທາງແຜນການໄລຍະທ້າຍສະໄໝ.
ຈາກນັ້ນ ສະຫາຍ ພັນເອກ ທອງໄຂ ສີຍາລາດ ຮອງເລຂາພັກ ຫົວໜ້າ ການທະຫານກອງບັນຊາການ ທະຫານ ແຂວງບໍ່ແກ້ວ ໄດ້ຜ່ານຮ່າງບົດສຳຫຼວດ ການນຳພາລວມໄລຍະກາງສະໄໝ ຂອງອົງຄະນະພັກກອງບັນຊາການທະຫານ ແຂວງບໍ່ແກ້ວ ໂດຍຄະນະພັກແຕ່ລະສະຫາຍໄດ້ເອົາໃຈໃສ່ເຊີດຊູຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງ, ເປັນແກນນຳ ແລະ ເປັນຫຼັກແຫຼ່ງໃຈກາງໃນການຄົ້ນຄວ້າຫັນແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງສູນກາງພັກ, ມະຕິຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະບໍລິຫານງານພັກກອງບັນຊາການທະຫານແຂວງບໍ່ແກ້ວ, ຫັນເປັນແຜນງານເປັນໂຄງການອັນລະອຽດ ດ້ານວຽກງານການເມືອງ-ແນວຄິດ: ຄະນະບໍລິຫານງານພັກພວກເຮົາໄດ້ເອົາໃຈ ໃສ່ສຶກສາອົບຮົບການເມືອງ – ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ມີຄວາມໜັກແໜ້ນທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດທີ່ດີ, ມີຄວາມສັດຊື່ບໍລິສຸດຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ, ຕື່ນຕົວປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ານນ້ຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ຄະນະບໍລິຫານງານພັກກອງບັນຊາການພວກເຮົາຮັກສາໄດ້ບົດບາດການເປັນແກນນຳໃນການຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທົ່ວປວງຊົນຮອບດ້ານ,
ຕັ້ງໜ້າຊີ້ນຳ-ນຳພາພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຈຸດຫຼໍ່ແຫຼມຂອງແຂວງຕາມມູນເຊື້ອຂອງກອງທັບຢ່າງຕັ້ງໜ້າ, ສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 22 ບ້ານມີ 5.305 ຄອບຄົວ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບ ຕິດລຽນທົ່ວແຂວງໄດ້ 36 ກຸ່ມບ້ານ, ວຽກງານຮັບປະກັນພະ ລາທິການ-ເຕັກນິກ: ດ້ວຍຄວາມ ເອົາໃຈໃສ່ ຂອງຄະນະພັກກອງບັນຊາການ ແລະ ບວກກັບຄວາມ ຮັບຜິດຊອບຂອງຄະນະພັກແຕ່ ລະຂັ້ນ, ໃນການປົກປັກ-ຮັກສາ ອາວຸດ-ກະສູນ ສາມາດຮັບປະ ກັນໃນການກຽມພ້ອມສູ້ລົບໄດ້ 100% ແລະ ພາຫະນະ-ເຕັກນິກ ພາຫະນະຮັບໃຊ້ ຮັບປະກັນໄດ້ 90%. ວຽກງານພະລາທິການ ແມ່ນໄດ້ຖືເອົາການຍົກສູງນ້ຳໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ເຮັດໃຫ້ຫຼາຍ ກົມກອງມີຊີວິດການເປັນຢູ່ດີຂຶ້ນ, ສະຖານທີ່ຄ້າຍຄູ, ທີ່ຢູ່ອາໄສ ກໍໄດ້ຮັບການປັງປຸງ ແບບຖາວອນ, ເຄິ່ງຖາວອນ, ການປະຕິບັດການຄຸ້ມຄອງ ແລະ ເບີກຈ່າຍຖືກຕ້ອງຕາມລະບອບອັດຕາທີ່ພັກ-ລັດ, ກອງທັບໄດ້ກຳນົດ; ວຽກງານພົວພັນຮ່ວມມືສາກົນ: ໄດ້ປະຕິບັດແນວທາງການ ຕ່າງປະເທດຂອງພັກຢ່າງຖືກຕ້ອງ ໂດຍພົວພັນແໜ້ນກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນບ້ານດ້ວຍການຮ່ວມມືແກ້ໄຂບັນຫາຕ່າງທີ່ເກີດຂຶ້ນ. ກອງປະຊຸມ ຍັງໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນຈາກຄະນະພັກຮາກຖານດ້ວຍຄວາມ ຮັບຜິດຊອບການເມືອງຢ່າງກົງໄປ ກົງມາເພື່ອນຳໄປປັບປຸງແກ້ໄຂ, ເຮັດໃຫ້ເນື້ອໃນກອງປະຊຸມມີຄວາມອຸດົມສົບບຸນ ແລະ ຄົບຖ້ວນ.
ໂອກາດດັ່ງກ່າວ ສະຫາຍ ປອ ບົວຄົງ ນາມມະວົງ ໄດ້ຍ້ອງ ຍໍຊົມເຊີຍຕໍ່ໝາກຜົນແຫ່ງການ ຊີ້ນຳ-ນຳພາຂອງຄະນະພັກແຕ່ລະຂັ້ນ, ທີ່ໄດ້ຊີ້ນຳ-ນຳພາພະ ນັກງານ-ສະມາຊິກພັກ, ນັກຮົບໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງຄະນະພັກ, ພະນັກງານ-ສະມາຊິກພັກທຸກ ສະຫາຍ ໃນທົ່ວກົມກອງ, ຈົ່ງ ພ້ອມກັນປະຕິບັດໜ້າທີ່ການ ເມືອງຂອງຕົນຢ່າງຕັ້ງໜ້າ, ເອົາ ໃຈໃສ່ປັບປຸງແບບແຜນການນຳ ພາ, ວິທີເຮັດວຽກ, ເອົາໃຈໃສ່ແກ້ ໄຂຈຸດອ່ອນຂໍ້ຄົງຄ້າງ, ຍົກສູງນ້ຳໃຈເພີ່ງຕົນເອງ, ກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນກົມກອງກໍຄືຄະນະພັກ ແລະ ປະຊາຊົນບັນດາເຜົ່າ, ສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມຂອງກອງທັບກໍ່ຄືກົມກອງຢ່າງບໍ່ຢຸດຢັ້ງ.
ໂດຍ: ວໍລະສິດ ພິດສະຫາຍ