ຈາກຜູ້ໃຊ້ເຟສບຸກຊື່Satxay Champasouk ໄດ້ໂພສໃນວັນທີ 16/10/2022 ວ່າ: ຂໍອະນຸຍາດຝາກຖາມເຖິງ ພະນັກງານຮ້ານຂາຍຄຳຊື່ດັງ ແຖວໄອເຕັກ ແດ່ເດີ້ເຈົ້າ ການທີ່ເຮົາຈະໄປຊື້ຄຳ ເຮົາຕ້ອງແຕ່ງໂຕໂຄດດີດີໄປບໍ່ ຫຼື ວ່າແນວໃດ ຈຶ່ງຈະໄດ້ຮັບການບໍລິການທີ່ດີ ພໍດີມື້ນີ້ເປັນມື້ຄົບຮອບທີ່ຄົບກັນກັບເມຍກະເລີຍໃຫ້ເພີ່ນໄປຊື້ຄຳຢູ່ຫັ້ນເພື່ອເປັນຂອງຂວັນວັນຄົບຮອບ ບໍ່ໄດ້ຊື້ຫຼາຍດອກ ໃຫ້ເພີ່ນຊື້ສາຍຄໍ2ບາດ ສາຍແຂນ 1 ບາດ ກັບຂອງຂ້ອຍ ສາຍຄໍ 3 ບາດ ລວມແລ້ວ ໜ້າຈະ 6 ບາດ
(ຂ້ອຍບໍ່ໄດ້ໄປນຳ ເພາະຄາເຝົ້າຮ້ານ ຂາຍເຄື່ອງສຳອາງ ຖ້າໄປກະຄືຊິມ່ວນກ່ອນນີ້ຢູ່ )ໃຫ້ເພີ່ນໄປກັບອ້າຍກັບເມຍອ້າຍເພີ່ນ ສ່ວນການແຕ່ງໂຕເມຍຂ້ອຍກະແມ່ນປົກກະຕິ ເພາະລາວເປັນແມ່ຄ້າຢູ່ແລ້ວ ສ່ວນຫຼາຍບໍ່ໄດ້ໄປໃສຢູ່ລະ ເຝົ້າແຕ່ຮ້ານກະເລີຍນຸ່ງເຄື່ອງທຳມະດາໄປ ຊິໃຫ້ຕັ້ງໃຈແຕ່ງໂຕຫລູຫລາໄປຊື້ຫັ້ນ ຄືຊິເຮັດໃຫ້ບໍ່ໄດ້ດອກ ເພາະພວກຂ້ອຍກະມີເວລາຈຳກັດ ບໍ່ໄດ້ມີເວລາແຕ່ງໂຕດູດີປານນັ້ນ
ເຂົ້າເລື່ອງເລີຍກະຄື ພະນັກງານເພີ່ນຢູ່ຫັ້ນ ເມຍຂ້ອຍບອກເອົາສາຍຄໍອອກມາໃຫ້ເບິ່ງກະບໍ່ມີໃຜມາບໍລິການ ບາງຄົນກະບອກວ່າ ບໍ່ແມ່ນໜ້າທີ່ ບາງຄົນກະເຮັດບໍ່ເຫັນ ບາງຄົນກະບອກວ່າ ໜ້າທີ່ເພີ່ນແມ່ນຂາຍແຕ່ສາຍແຂນ ເມຍຂ້ອຍກະບໍ່ວ່າຫຍັງກະຖ້າໄດ້ ແຕ່ອັນທີ່ເສຍໃຈສຸດກະຄື ມີຄົນມານຳຫຼັງ
ລະໄປບໍລິການຄົນອື່ນເສີຍທັງທີ່ເຮົາມາກ່ອນແລະກະຢືນຢູ່ຫັ້ນ ກະເລີຍພໍເຂົ້າໃຈລະ ວ່າຕ້ອງແຕ່ງໂຕດີມາຊື້ ເພີ່ນຈຶ່ງຈະບໍລິການດີດີໃຫ້ ບໍ່ເປັນຫຍັງດອກ ຖືວ່າເປັນປະສົບການໃນການໃຊ້ຊີວິດ ພວກຂ້ອຍຄືຊິບໍ່ເໝາະກັບການໃສ່ຄຳດອກ ເໝາະທີ່ຈະໃສ່ສາຍຄໍດຳຫ້ອຍພຣະ ກັບ ຝ້າຍຜູກແຂວນທໍ່ນັ້ນລະ.
#ພວກຂ້ອຍກະພໍ່ຄ້າແມ່ຄ້າກະຊຳ່ພະນັກງານຂາຍຄືກັນແຕ່ບໍ່ເຄີຍດູຖູກຄົນໂດຍການແຕ່ງໂຕ.
ແຫລ່ງທີ່ມາ: