ສປປ ລາວ ກຽມຮັບມື ພາຍຸລູກໃໝ່ ຊື່ Neneng
ອີງຕາມການລາຍງານ ຂອງປະເທດ ຟິລິປິນ ພາຍຸລູກໃຫມ່ ໄດ້ຂຶ້ນຝັ່ງ ທາງຕອນເໜືອ ຂອງປະເທດຟິລິປິນແລ້ວ ໃນລະຫວ່າງ ວັນທີ 15-16 ຕຸລາ 2022 ນີ້ ຈາກນັ້ນ ພາຍຸລູກດັ່ງກ່າວ ຈະເຄື່ອນໂຕ ເຂົ້າຫາ ປະເທດ ຫວຽດນາມ ແລະ ສປປ ລາວ
ໃນລະຫວ່າງວັນທີ 21-22 ຕຸລາ 2022 ນີ້. ຂໍໃຫ້ທຸກຄົນ ກຽມຮັບມື ແລະ ສືບຕໍ່ຕິດຕາມພາຍຸລູກນີ້ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຕໍ່ໄປ.