ປະເດັ້ນຮ້ອນ..!! ຜູ້ຈ້າງງານສາວພອນ ອະທິບາຍແບບນີ້ (ມີຄລິບ)

0
4

ສະບາຍດີ ບັນດາລູກຄ້າທີ່ໜ້າຮັກ ແລະ Fc ແມ່ຕິກໝົດທຸກຄົນ ທີ່ນັບຖື ແລະ ຮັກແພງ, ໃຜທີ່ຮູ້ຈັກແມ່ຕິກ ຫລື ຕິດຕາມແມ່ຕິກມາແຕ່ດົນກໍໜ້າຈະຮູ້ຈັກກັນດີວ່າແມ່ຕິກເປັນຄົນແນວໃດ ແລະ ບໍ່ເຄີຍຄິດເອົາປຽບໃຜ.

ເຊິ່ງມື້ນີ້ແມ່ຕິກຂໍໃຊ້ພື້ນທີ່ນີ້ເປັນບ່ອນຊີ້ແຈງແກ້ຂ່າວປະເດັນດຣ່າມ່າ ທີ່ເກີດຂຶ້ນ ໂດຍເລື່ອງມີຢູ່ວ່າລາວຄົນນັ້ນໄດ້ລົງມາວຽງປະມານ ວັນທີ 26-27 ກັນຍາ 2022 ແລະ ຮັບຫລາຍງານຂອງຄົນອື່ນໄປແລ້ວ ຈຶ່ງເຮັດໃຫ້ພັກຜ່ອນບໍ່ພຽງພໍຮ່າງກາຍອ່ອນເພ, ເປັນໄຂ້; ທັງນີ້ທັງນັ້ນຕາມທີ່ລົມກັນໄວ້ແມ່ນແມ່ຕິກຈ້າງໃຫ້ມາງານແມ່ຕິກທີ່ຈັດຂຶ້ນວັນທີ 10 ຜ່ານມານີ້.

ສ່ວນປະເດັນແມ່ຕາມທີ່ເຫັນໃນໄລ້ສົດນັ້ນລາວ ຈຶ່ງເຮັດໃຫ້ຫລາຍຄົນເຂົ້າໃຈໃນທາງທີ່ຜິດວ່າແມ່ຕິກໂກງເງິນຄ່າໂຕລາວ ແຕ່ຄວາມເປັນຈິງແລ້ວ ລາວໄດ້ມາເຂົ້າໄລ້ສົດນຳແມ່ຕິກ 1 ຊົ່ວໂມງກ່ອນມື້ເປີດງານ ແລະ ກະໂອນເງິນໃຫ້ແລ້ວຕາມທີ່ລົມກັນໄວ້ 3.000.000 ກີບ,

ນອກນັ້ນກໍຍັງດູແລໃສ່ໃຈເບິ່ງແຍງເລື່ອງການຢູ່ການກິນ ແລະ ຈ່າຍຄ່າທີ່ພັກໃຫ້ນຳອີກ 600.000 ກີບ, ບາດແລ້ວງານຈະກັບບ້ານວ່າບໍ່ເງິນໃສ່ນ້ຳມັນລົດ ແມ່ຕິກກະໂອນໃຫ້ອີກ 3.000 ບາດ ແລະ ຍັງຈະໂອນໃຫ້ອີກ 5.000 ບາດ ກໍເກີດມີກະແສນີ້ມາກ່ອນ.

ກ່ອນໜ້ານີ້ແມ່ຕິກເບິ່ງແຍງ, ຮັກແພງ ຄ່ອຍຊັບພອດຍູ້ດັນຊ່ວຍລາວມາໂດຍຕະຫລອດ ແຕ່ໃນເມື່ອເຮັດນຳເຕັມທີ່ແລ້ວຄົນເຂົາບໍ່ນຶກເຖິງ ບໍ່ເຫັນຄ່າ ກະບໍ່ເປັນຫຍັງແມ່ຕິກເຂົ້າໃຈໃນຈຸດນີ້.

.

(ຄລິບ)

ແຫຼ່ງທີ່ມາ:

LEAVE A REPLY

Please enter your comment!
Please enter your name here