ວັນທີ 25 ສິງຫາ 2022 ນີ້, ຢູ່ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບປະຊາ ຊົນລາວ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳ ຟອງ ກຳມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບລາວ, ສະ ຫາຍ ພົນເອກ ສຈ ປອ ໂຕເລີມ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ມີເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສຫວຽດນາມ ປະຈຳ ສປປລາວ, ພ້ອມດ້ວຍຄະນະນຳທັງສອງກະຊວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ກ່າວມີຄຳເຫັນ ວ່າ: ໂຄງການກໍ່ສ້າງວິທະຍາ ຄານທິດສະດີການເມືອງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນ ສ້າງຂຶ້ນໃນທ່າມກາງບັນຍາກາດທົ່ວພັກ-ທົ່ວລັດ, ທົ່ວກຳລັງປະ ກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນ ຊື່ນໃນການຈັດຕັ້ງສະເຫຼີມສະ ຫຼອງສອງວັນປະຫັວດສາດ ລາວ-ຫວຽດນາມ, ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມຄົບຮອບ 45 ປີ, ການຊ່ວຍເຫຼືອດັ່ງກ່າວ ກະຊວງຕຳຫຼວດຫວຽດນາມໄດ້ເອົາໃຈໃສ່ຊ່ວຍເຫຼືອເປັນພິເສດ ໃນການສະເໜີລັດຖະບານ ແລະ ປະສານສົມທົບພາກສ່ວນກ່ຽວຂ້ອງເຮັດໃຫ້ໂຄງການນີ້ໄດ້ຮັບການອະນຸມັດໂດຍໄວ. ເຫດຜົນໃນການສະເໜີກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ອີງໃສ່ສະພາບ ຄວາມເປັນຈິງ ກ່ຽວກັບຄວາມຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ມາດຖານເງື່ອນໄຂ ຂອງພະນັກງານຂັ້ນນຳພາ-ບັນຊາ ໃນປັດຈຸບັນ ແລະ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ສູງຂື້ນກວ່າເກົ່າ ກະຊວງປ້ອງກັນຄວາມສະຫງົບ ເຫັນວ່າ: ຕ້ອງໄດ້ຍົກລະດັບໂຮງຮຽນແຫ່ງນີ້ ເປັນວິທະຍາຄານທິດສະດີການເມືອງປ້ອງກັນຄວາມສະຫງົບ, ໃນເມື່ອຍົກລະດັບເປັນວິທະຍາຄານແລ້ວ
ທຽບໃສ່ສະພາບຂອງພື້ນທີ່ໃນປະຈຸບັນແມ່ນຄັບແຄບ, ພື້ນທີ່ຕ່ຳ ບໍ່ມີທິດຂະຫຍາຍສະພາບຂອງອາຄານຮຽນ, ຫໍພັກນັກສຶກສາເກົ່າແກ່ຊຸດໂຊມ, ສະພາບຫ້ອງຮຽນ, ອາຄານຮຽນ ແລະ ຈຳນວນນັກສຶກສາໃນປະຈຸບັນ ເຫັນວ່າບໍ່ພຽງພໍ, ສະນັ້ນເພື່ອເປັນການຍົກລະດັບ ຄວາມຮູ້ທາງດ້ານທິດສະດີການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ສູງຂຶ້ນໃນສະເພາະໜ້າ ແລະ ຍາວນານ ມີຄວາມຈຳເປັນຕ້ອງໄດ້ຍົກລະດັບ ເປັນວິທະຍາຄານການເມືອງປ້ອງກັນຄວາມສະ ຫງົບ ແລະ ມີຄວາມຈຳເປັນຕ້ອງໄດ້ກໍ່ສ້າງລະບົບພື້ນຖານໂຄງລ່າງຂອງວິທະຍາຄານ. ເຊື່ອໝັ້ນວ່າໂຄງການດັ່ງກ່າວຈະກາຍເປັນການປະກອບສ່ວນອັນສຳຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ເຮັດສຳເລັດໜ້າທີ່ຂອງຕົນ ໃນວຽກງານບຳ ລຸງກໍ່ສ້າງ, ຍົກສູງຄຸນນະພາບ ການສຶກສາໃຫ້ພະນັກງານ, ນັກສຶກສາທົ່ວກຳລັງປ້ອງກັນຄວາມສະຫງົບລາວ ໄດ້ຮັບການສຶກສາທີ່ມີຄຸນນະພາບ ແລະ ພື້ນຖານໂຄງລ່າງ, ວັດຖຸອຸປະກອນການຮຽນການສອນທີ່ດີຂຶ້ນ.ພາຍຫຼັງສຳເລັດພິທີວາງສີລາລຶກຄະນະນຳທັງສອງກະຊວງຍັງໄດ້ເຂົ້າຮ່ວມພິທີເປີດການວາງສະແດງຮູບພາບການພົວພັນຮ່ວມມືລະ ຫວາງ ກຳລັງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກຳລັງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຢູ່ທີ່ ຫໍພິພິທະພັນ ປ້ອງກັນຄວາມສະຫງົບ ຕື່ມອີກ.
ໂຄງການກໍ່ສ້າງວິທະຍາຄານ ປ້ອງກັນຄວາມສະຫງົບປະຊາ ຊົນລາວ ແມ່ນສ່ວນໜຶ່ງຂອງ ແຜນການຜັນຂະຫຍາຍສັນຍາ ຮ່ວມມືລະຫວ່າງກະຊວງປ້ອງ ກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ ປີ 2022 ເຊິ່ງເປັນທຶນຊ່ວຍເຫຼືອ ຈາກລັດຖະບານຫວຽດນາມ ດ້ວຍງົບປະມານ 250 ຕື້ດົງ ລະ ທຶນສົມທົບຈາກລັດຖະບານລາວ ຂອບເຂດການລົງທຶນກໍ່ສ້າງພື້ນ ຖານໂຄງລ່າງ ແລະ ວັດຖຸອຸປະ ກອນຈຳເປັນເພື່ອຮັບໃຊ້ໃນການ ສິດສອນຮ່ຳຮຽນໃນເນື້ອທີ່ກໍ່ ສ້າງທັງໝົດ 6,5 ເຕັກຕາ.
ໂດຍ: ທອງເພັດ