ຮູ້ຈັກກັບ ປ່າເຢັ້ງຊາລໍ່ ສາວມົ້ງຄົນທຳອິດຂອງລາວ ກ້າວສູ່ເວທີ Miss Universe Laos 2022

0
3

ຮູ້ຈັກກັບ ປາເຢັ້ງຊາ ລໍ່ ສາວມົ້ງຄົນທຳອິດຂອງລາວ ກ້າວສູ່ ເວທີຈັກກະວານ. Miss Universe Laos 2022
ຜູ້ໃຫ້ຄວາມສຳຄັນໃນພາສາຕ່າງປະເທດເປັນຊີວິດຈິດໃຈ

ນ້ອງປ່າເຢັ້ງຊາ ລໍ່ MUL07 ໄດ້ຮັບຕໍາແໜ່ງ ມີສຢູນິເວີຣສລາວ 2022 (Miss Universe Laos 2022) ພ້ອມລາງວັນພິເສດອີກ 2 ລາງວັນ ຄື ໄດ້ຮັບລາງວັນ Miss Perfect Skin By Renita Beauty Center ແລະ ລາງວັນ Smart Lady By Naree

ເຊິ່ງຈະໄດ້ກາຍເປັນຕົວແທນສາວງາມຈາກປະເທດລາວໄປປະກວດຕໍ່ໃນເວທີສາກົນ ຫຼື ມີສຢູນິເວີຣສ 2022 (Miss Universe 2022) ນັ້ນເອງ.

ນ້ອງປ່າເຢັ້ງຊາ ລໍ່(ນ້ອງປ່າ) MUL07 ເປັນສາວລາວເຜົ່າມົ້ງຄົນໜຶ່ງທີ່ກຳເນີດເຕີບໃຫຍ່ມາຈາກແຂວງຊຽງຂວາງ ແດນທົ່ງໄຫຫີນ ເພິ່ນມັກຮັກໃນການຮຽນໂດຍສະເພາະແມ່ນຮຽນພາສາອັງກິດ ເພາະນ້ອງເຊື່ອວ່າການທີ່ເຮົາເວົ້າ, ເຂົ້າໃຈ ແລະເກັ່ງໃນພາສາອັງກິດຈະຊ່ວຍໃຫ້ມີອະນາຄົດທີ່ດີໄດ້

ນ້ອງປ່າບໍແມ່ນເດັກຮຽນອິນເຕີມາແຕ່ນ້ອຍ ແຕ່ນ້ອງເປັນຜູ້ຂະຫຍັນມັກຊອກຮູ້ຮ່ຳຮຽນຕາມຊ່ອງທາງຕ່າງໆເທົ່າທີ່ມີ ເປັນໂຊກດີຂອງນ້ອງຢ່າງໜຶ່ງຄືເກີດໃນຍຸກທີ່ມີພ້ອມທັງອິນເຕີເນັດ, ຊ່ອງທາງການຮຽນຮູ້ທີ່ເຂົ້າເຖິງງ່າຍ ນ້ອງຈຶ່ງສະແຫວງຫາສິ່ງທີ່ທີ່ຕົນຄິດວ່າດີຈາກອິນເຕີເນັດຄວບຄູ່ກັບການຮຽນຢູ່ໂຮງຮຽນ ນ້ອງບອກວ່າ ນ້ອງມັກສາວຄູສອນພາສາອັງກິດຄົນໜຶ່ງໃນຊ່ອງຢູທຸບທີ່ສຸດ ເພາະເພິ່ນອອກສຽງເປັນພາສາອັງກິດອາເມລິກັນ ເຊິ່ງຟັງແລ້ວມ່ວນ ນ້ອງຈຶ່ງເລືອກທີ່ຈະຕິດຕາມ ແລະເດີນທາງສາວຄູຄົນນັ້ນ ເພື່ອຫັດຜັນສຽງຕົນເອງໃຫ້ເປັນໄປຕາມເຈົ້າຂອງພາສາ

ຈາກນັ້ນນ້ອງໄດ້ນຳເອົາສິ່ງທີ່ໄດ້ຮຽນມາ ເພື່ອມາແບ່ງປັນໃຫ້ກັບໝູ່ຄູ່ຜ່ານທາງໂຊຊຽວ ໂດຍທາງເຟສບຸກແມ່ນຮຽນຜ່ານເພຈ Learn English with Payengxa ເມື່ອຜູ້ຄົນເຫັນກໍ່ມີຄວາມສົນໃຈ ແລະແຊຕໍ່ໆກັນ ຈົນນ້ອງໄດ້ກາຍເປັນຄູສອນພາສາອັງກິດທາງອອນລາຍໂດຍອັດຕະໂນມັດ ກ່ອນທີ່ຈະເປີດຮັບນັກຮຽນມາສອນຢ່າງຈີງຈັງ.

ຕິດພັນກັບການຮຽນແລ້ວ ນ້ອງປ່າຍັງ ນ້ອງເປັນ Co-Founder ຜູ້ຮ່ວມລິເລີ່ມກຸ່ມ HmongWomanNetwork ສ້າງເພື່ອຊ່ວຍເຫຼືອແມ່ຍິງມົ້ງໂດຍສະເພາະເດັກຍິງຢູ່ຊົນນະບົດ ທັງເປັນອາສາສະໝັກຊ່ວຍເຫຼືອຜູ້ຕົກທຸກໄດ້ຍາກເຊັ່ນ: ເດັກກຳພ້າ, ຜູ້ເຖົ້າຜູ້ແກ່, ຜູ້ທີ່ບໍ່ມີທີ່ຢູ່ອາໄສຕື່ມອີກ.

.

.

ຂອບໃຈທີ່ມາຮູບ

#kuanjai

LEAVE A REPLY

Please enter your comment!
Please enter your name here