ເສົ້າສະຫຼົດໃຈ..!! R.I.P ປະທະກຸມຄົນຮ້າຍຈົນເສຍຊີວິດ ຄະດີຄ້າຂາຍຢາເສບຕິດ

0
4

ວັນທີ 7 ຕຸລາ 2022ນີ້ ເວລາປະມານ 6-7 ແລງ ມີການປຸ້ນຈີ້ກັນ ຄົນຮ້າຍມີນຳກັນ 3 ຄົນ ມີອາວຸດປືນ ຫຼັງຈາກການປະທະກັນ ທາງເຈົ້າໜ້າທີສາມາດຈັບຄົນຮ້າຍໄດ້ສອງຄົນ ແລະ ຫຼົບໜີໄປໄດ້ຄົນ 1 ທາງເຈົ້າໜ້າທີ່ເຮົາແມ່ນໄດ້ຮັບບາດເຈັບ 2 ຄົນ ເຈັບສາຫັດ 1 ຄົນ ແລະ ເສຍຊີວິດ 1 ຄົນ
ສະຖານທີ່ເຫດເກີດເຫດບໍລິເວນ ແຖວ ປ່າວິກ ທາງເຂົ້າບ້ານດົງຊຽງດີ ເມືອງ ໄຊທານີ ນະຄອນຫຼວງ ເປັນຄະດີຄ້າຂາຍຢາເສບຕິດ

ຢ່າວທີ່ເຮົາຮູ້ກັນວ່າ ອາຊີບອ້າຍນ້ອງ ທະຫານ ຕຳຫຼວດ ແມ່ນຢູ່ໃນຄວາມສ່ຽງສູງກວ່າສາຍອາຊີບອື່ນ ໃນມຸມໜຶ່ງທີ່ສັງຄົມເຮົາມັກກ່າວດ້ານລົບທາງສາຍອາຊີບນີ້ກໍ່ຈົ່ງຮູ້ໄວ້ວ່າອີກດ້ານໜຶ່ງແມ່ນເພິ່ນໄດ້ສ່ຽງຊີວິດ ອຸທິດຕົນເພື່ອພວກເຮົາ ເພື່ອສັງຄົມສ່ວນລວມ
ຂໍສະດຸດີແກ່ເຈົ້າໜ້າທີຜູ້ເສຍສະຫຼະ

ຕຳຫຼວດຜູ້ເສຍຊີວິດບ້ານເກີດຢູ່ ບ້ານໄຮ່ປາກງື່ມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ທີ່ມາ: ນາທີ ຊີວິດ/Accident/นาที ชีวิต

LEAVE A REPLY

Please enter your comment!
Please enter your name here