ສະຫຼົດ…!! ລົດຕູ້ຂົນແຮງງານລາວ ຕຳໃສ່ທ້າຍລົດ 10 ລໍ້ ເສຍຊີວິດຄາທີ່ 3 ຄົນ ບາດເຈັບ 12 ຄົນ.

0
3
ພາບຂ່າວ

ເວລາ 03:30ໂມງ ວັນທີ 26/9/22 ໄດ້ມີລົດຕູ້ຕຳທ້າຍລົດສິບລໍ້ ທີ່ຈອດຕິດໄຟແດງ ເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫລາຍຄົນ ເຫດເກີດທີ່4ແຍກໄຟແດງກຣະແສບົນ ຖະຫນົນບ້ານບຶງ-ແກຼງ ຕຳບົນກຣະແສບົນ ອຳເພີແກຼງ ຈັງຫວັດຣະຢອງ.

ພາບຂ່າວ
ພາບຂ່າວ

ຈຸດເກີດເຫດ ພົບລົດບັນທຸກສິບລໍ້ຕູ້ ຕຳທ້າຍລົດສິບລໍ້ ຈົນດ້ານຫນ້າເພຍຸບເຂົ້າໄປຈົນຮອດຫ້ອງໂດຍສານ ພົບຄົນຕິດຢູ່ພາຍໃນລົດຈຳນວນ 15 ຄົນ ຈຶ່ງຊ່ວຍກັນລຳລຽງຜູ້ໄດ້ຮັບບາດເຈັບລົງຈາກລົດ ໂດຍມີຜູ້ເສຍຊີວິດຄາທີ່ 3 ຄົນ ເປັນເພດຍິງທັງຫມົດ ແລະ ມີຜູ້ໄດ້ຮັບບາດເຈັບ 12ຄົນເປັນເພດຊາຍ 6 ຄົນ ຈຶ່ງຮີບປະຖົມພະຍາບານເບື້ອງຕົ້ນກ່ອນຈະນຳຕົວຜູ້ໄດ້ຮັບບາດເຈັບ ແລະ ຜູ້ເສຍຊີວິດສົ່ງໂຮງຫມໍແກຼງ.

ພາບຂ່າວ
ພາບຂ່າວ

ຈາກການກວດສອບຊາບວ່າຜູ້ເສຍຊີວິດ3 ຄົນ ເປັນເພດຍິງ ສັນຊາດລາວທັງ3 ຄົນ ສ່ວນຜູ້ໄດ້ຮັບບາດເຈັບທັງຫມົດ11 ຄົນເປັນຄົນສັນຊາດລາວເຊັ່ນດຽວກັນຍົກເວັ້ນຄົນຂັບລົດເປັນຄົນໄທຄື ທ້າວກິດຕິພັດ ເລີດສັນເທັ້ຍ ອາຍຸ 35 ປີ ຊຶ່ງໄດ້ຮັບບາດເຈັບສາຫັດ.

ພາບຂ່າວ
ພາບຂ່າວ
ພາບຂ່າວ
ພາບຂ່າວ

ຍ້ອນຄວາມທຸກນີ້ລະ ຈຶ່ງດິ້ນລົນໄປເຮັດວຽກຢູ່ຕ່າງຖິ່ນ ເພື່ອຢາກໃຫ້ຄົນທີ່ເຮົາຮັກໄດ້ກິນຢູ່ສະບາຍ ສຸດທ້າຍກໍ່ໄປບໍ່ຮອດຈຸດໝາຍ.
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິ

LEAVE A REPLY

Please enter your comment!
Please enter your name here