ເມືອງຂວາ ແຂວງຜົ້ງສາລີ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຄາດຄະເນຜົນເສຍຫາຍເບື່ອງຕົ້ນ 5 ຕື້ກວ່າກີບ

0
4

ວັນທີ 28 ສິງຫາ 2022 ນີ້ ສະຖາວິທະຍຸ-ໂທລະພາບແຂວງຜົ້ງສາລີ ລາຍງານຂ່າວວ່າ: ພາຍຫຼັງທີ່ເກີດມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເລີມແຕ່ 3 ໂມງເຊົ້າ ຈົນເຖີງຕອນບ່າຍຂອງວັນທີ 26 ສິງຫາ 2022 ຜ່ານມາເຮັດໃຫ້ນໍ້າພາກມີລະດັບປະລິມານນໍ້າສູງຂຶ້ນ ພ້ອມທັງເກີດມີນໍ້າປ່າໄຫຼສຸແຮງ ເຮັດໃຫ້ເກີດມີນໍ້າອັ່ງຖ້ວມຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງຫຼວງ 2 E ແລະ 1B ແຕ່ບ້ານສະຫຼອງໄຊຫາບ້ານຫາດນາງ ແລະ ບ້ານສິນໄຊ ຫາ ບ້ານບວມພັນ. ນອກຈາກນິ້, ກໍຍັງຍື່ງຖ້ວມບ້ານເຮືອນຂອງປະຊາຊົນຢູ່ແຄມນໍ້າພາກ ເຂດພື້ນທີ່ຕໍ່າ.


ວັນທີ 27 ສິງຫາ 2022 ນິ້, ທ່ານ ວົງເດືອນ ພູມີທຳ ຮອງເຈົ້າເມືອງ ເມືອງຂວາຜູ້ຊີ້ນຳຂົງເຂດ ເສດຖະກິດຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງຕິດຕາມສະພາບຄວາມເສຍຫາຍ ຢູ່ 4 ບ້ານດັ່ງກ່າວ ທີ່ເກີດມີນໍ້າພາກໄຫຼສຸແຮງພັດເຂົ້າບ້ານເຮືອນ, ໄຮ່, ນາ, ສ່ວນ, ສັດລ້ຽງ ,ເຄື່ອງຂອງອື່ນໆ ຂອງປະຊາຊົນ ແລະ ເຮັດໃຫ້ມີເຮືອນພັດໄຫຼຈຳນວນຫຼາຍ ແລະ ມີດິນເຊາະເຈື່ອນຖົມທາງເຮັດໃຫ້ພົບຄວາມຫຍຸ້ງຍາກໃນການສັນຈອນ ຕໍ່ກັບບັນຫາດັ່ງກ່າວນິ້, ທ່ານຮອງເຈົ້າເມືອງກໍ່ໄດ້ແນະນຳໃຫ້ອົງການປົກຄອງບ້ານເອົາໃຈໃສ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນອາຫານ, ເຄື່ອງໃຊ້ຊອຍ ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບເບືອງຕົ້ນ.

ປະຈຸບັນທາງເມືອງໄດ້ລະດົມກຳລັງຊາວໜຸ່ມ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມອ້ອມຂ້າງເມືອງ ແລະ ແຮງງານປະຊາຊົນບ້ານອ້ອມຂ້າງເມືອງລົງຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ.​ ພ້ອມທັງລົງກວດກາ ແລະ ປະເມີນຜົນເສຍຫາຍໃນເບື່ອງຕົ້ນ: ໃນນີ້ບ້ານທີ່ຖືກໄພພິບັດນໍ້າຖ້ວມມີ 4 ບ້ານ, ມີຈຳນວນຄອບຄົວທີ່ຖືກຜົນກະທົບທັງໝົດຈຳ 97 ຄອບຄົວ, ມີຜົນລະເມືອງທີ່ໄດ້ຮັບຜົນກະທົບ 583 ຄົນ, ຍິງ 269 ຄົນຄາດຄະເນຜົນເສຍຫາຍເບື່ອງຕົ້ນປະມານ 5,680,000,000 ກີບ. ນອກຈາກນິ້, ຍັງມີບ້ານໄດ້ຮັບຜົນກະທົບຈາກນໍ້າຖ້ວມນາ, ຊົນລະປະທານ, ໜອງປາ, ຄອງເໝືອງ, ເສັ້ນທາງແຕ່ບ້ານຫາບ້ານ ແລະ ເສັ້ນທາງເຂົ້າເຂດຜະລິດຈຳນວນ 34 ບ້ານ, ໃນ 9 ກຸ່ມບ້ານໃນທົ່ວເມືອງ

ທີ່ມາ: ຂ່າວກອງທັບ

LEAVE A REPLY

Please enter your comment!
Please enter your name here