ເຜີຍຄລິບນາທີພາຍຸພັດເຂົ້າຖະຫຼົ່ມຟິລິບປິນ ລັດຖະບານສັ່ງຍົກຍ້າຍປະຊາຊົນກວ່າ 74,000 ຄົນ ໄປເຂດປອດໄພ.

ຕາມຂ່າວຈາກ ຣອຍເຕີ,ວັນທີ26 ກັນຍານີ້,ທ່ານ ເຟີດີນັນ ມາຣກໍສ ຈູເນຍ(Ferdinand Marcos Jr),ປະທານາທິບໍດີ ຟີລິບປິນ ໄດ້ສັ່ງໃຫ້ ຈັດສົ່ງເຄື່ອງ ໃຊ້ສອຍ ທີ່ຈຳເປັນ ແລະ ເຄື່ອງເຮັດ ຄວາມສະອາດ ໃຫ້ແກ່ ຜູ້ປະສົບ ເຄາະຮ້າຍ ຈາກລົມພາຍຸ ໄຕ້ຝຸ່ນ ໂນຣູ( Noru) ທີ່ພັດເຂົ້າເກາະ ລູຊອນ (Luzon) ຂອງປະເທດ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 5ຄົນ ຫລັງຈາກ ສັ່ງປິດໂຮງຮຽນ ແລະ ສະຖານທີ່ ເຮັດວຽກ ຂອງລັດທຸກແຫ່ງ ຢູ່ເກາະລູຊອນ ຊຶ່ງເປັນເກາະ ໃຫຍ່ທີ່ສຸດ ຕັ້ງຢູ່ທາງເໜືອ ຂອງຟີລິບປິນ ແລະ ເນັ້ນໃຫ້ ໜ່ວຍງານ ທຸກແຫ່ງ ພ້ອມສົ່ງມອບ ຄວາມຊ່ວຍເຫລືອ ໃຫ້ແກ່ ປະຊາຊົນ ຕະຫລອດ 24ຊົ່ວໂມງ .


ພາຍຫລັງ ພາຍຸ ພັດຂຶ້ນຝັ່ງ ທີ່ເກາະລູຊອນ ດ້ວຍຄວາມໄວລົມ 175 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວລົມພັດ ແຮງສູງສຸດ ໃກ້ສູນກາງ 290 ກິໂລແມັດ ຕໍ່ຊົ່ວໂມງ ຖືເປັນຄວາມແຮງ ເທົ່າທຽບກັບ ເຮີຣິເຄນ ລະດັບ 3 ແລະ ເປັນພາຍຸ ທີ11 ພັດຜ່ານ ຟີລິບປິນ ໃນປີນີ້ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ ໂດຍສະເພາະ ເຮືອນປະຊາຊົນ ແລະ ຖະໜົນ ຫລາຍສາຍ ຈົມຢູ່ໃຕ້ນ້ຳ.ນອກນີ້ ຍັງສັ່ງຍົກຍ້າຍ ປະຊາຊົນ 74.000ຄົນ ໄປຢູ່ ເຂດປອດໄພແລ້ວ.








ຂໍ້ມູນໂດຍ: ຂປລ