ງານບຸນອອກພັນສາທີ່ຫຼວງພະບາງ ຈະຈັດຢ່າງຍິ່ງໃຫ່ຍ ເຕັມຮູບແບບ ຖືກຕ້ອງຕາມຮີດຄອງປະເພນີທຸກປະການ.

0
4

ງານບຸນປະເພນີອອກພັນສາປະວໍລະນາ ທີ່ຫຼວງພະບາງປີນີ້ອົງການປົກຄອງນະຄອນ ຫຼວງພະບາງ ຈະຈັດຢ່າງຍິ່ງໃຫ່ຍ ເຕັມຮູບແບບ ຖືກຕ້ອງຕາມຮີດຄອງປະເພນີທຸກປະການ. ເຊິ່ງໃນໄລຍະສອງປີທີ່ຜ່ານມາຍ້ອນສະພາບຄວມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈິ່ງບໍ່ສາມາດຈັດງານເຕັມຮູບແບບໄດ້.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງໃຫ້ຮູ້ວ່າ: ປັດຈຸບັນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບ ແຕ່ລະໜ້າວຽກ ທັງໄດ້ຊຸກຍູ້ ໃຫ້ແຕ່ລະອານຸກຳມະການ ກະກຽມວຽກງານຂອງຕົນຢ່າງຕັ້ງໜ້າ ສະເພາະການປະກວດເຮືອໄຟງາມປະຈຳປີ ພສ 2565, ຄສ 2022 ນີ້, ຄາດຄະເນວ່າຈະມີເຮືອໄຟເຂົ້າຮ່ວມປະກວດປະມານ 35 ລໍາ, ທີ່ມາຈາກບັນດາກຸ່ມບ້ານ, ສະຖາບັນສຶກສາ ແລະພາກສ່ວນທຸລະກິດ ພາຍໃນນະຄອນ ຫຼວງພະບາງ.

ພາບປະກອບຂ່າວ

ເຈົ້ານະຄອນ ຫຼວງພະບາງໃຫ້ຮູ້ຕື່ມວ່າ: ເລີ້ມແຕ່ ວັນທີ 6-11 ຕຸລາ 2022 ງານບຸນເຊິ່ງຕິດພັນກັບກິດຈະກໍາ ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ ໃນນັ້ນ ວັນທີ 6 ຕຸລາ 2022, ເວລາ 16:00 ໂມງ ຫາ 21:00 ໂມງ ມີການປະກວດໂຄມໄຟຢູ່ທີ່ວັດໃໝ່, ວັນທີ 7 ຕຸລາ 2022, ເວລາ 8:00 ໂມງເຊົ້າ ເປີດງານຢູ່ເຮືອນຈັນຢ່າງເປັນທາງການ, ຕອນແລງເວລາ 18:00 ໂມງ ແຫ່ງຂະບວນໂຄມໄຟແຕ່ວັດໃໝ່ຫາເຮືອນຈັນ ແລະງານວາງສະແດງ, ຈຳໜ່າຍສີນຄ້າຫັດຖະກຳພື້ນເມືອງລາວ ຢູ່ເຮືອນຈັນລະຫວ່າງວັນທີ 7-11 ຕຸລາ 2022, ວັນທີ 8-10 ຕຸລາ 2022 ທ່ຽວຊົມກິດຈະກຳ ຊີມກາເຟບ້ານເຮົາຢູ່ທີ່ສູນພາສາຟຣັ່ງ (ບ້ານວັດໜອງ ນະຄອນ ຫຼວງພະບາງ).

ພາບປະກອບຂ່າວ

ວັນທີ 9 ຕຸລາ 2022 ເວລາ 6:00 ໂມງ ຕອນເຊົ້າມີກິດຈະກຳແລ່ນມາລະທອນເພື່ອໂຮງໝໍເພືອນລາວ, ເວລາ 8:00 ຫ້າງຫາກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາດຈອມສີ ເວລາ 13:00 ເຕົ້າໂຮມ ພຣະສົງ-ສາມະເນນ ແລະປະຊາຊົນບັນດາເຜົ່າ ທຳພິທີທາງສາສະໜາ, ຕອນແລງເວລາ 18:00 ໂມງ ປະກວດເຂົ້າໜົມພື້ນເມືອງລາວ ແລະປະກວດຊຸດລາວຍ້ອນຍຸກ ຢູ່ທີ່ເຮືອນຈັນ ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄຕ້ປະທີບ(ໂຄມໄຟ) ຕາມວັດວາອາຣາມພາຍໃນນະຄອນ ຫຼວງພະບາງ,

ພາບປະກອບຂ່າວ

ວັນທີ 10 ຕຸລາ 2022 ເວລາ 6:00 ປະຊາຊົນບັນດາເຜົ່າ ໃສ່ບາດ ຕາມວັດແຫ່ງຕ່າງໆ ທີ່ມີເງື່ອນໄຂ, ເວລາ 9:00 ທໍາພິທີທາງສາສະໜາທີ່ພະທາດຈອມສີ, ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄດ້ປະທີບ(ໂຄມໄຟ) ຕາມວັດວາອາຮາມ ພາຍໃນນະຄອນ ຫຼວງພະບາງ,

ພາບປະກອບຂ່າວ

ວັນທີ 11 ຕຸລາ 2022 ຕອນເຊົ້າ: ແຕ່ລະບ້ານ, ສະຖາບັນໂຮງຮຽນ-ການສຶກສາ ແລະພາກສ່ວນຕ່າງໆ ຕົບແຕ່ງເຮືອໄຟ ໃຫ້ຮຽບຮ້ອຍ ແລະມີຄວາມສວຍງາມ, ເວລາ 18:00 ເຕົ້າໂຮມເຮືອໄຟຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມປະກວດ ຢູ່ໜ້າຫໍພິພິດທະພັນ ແຫ່ງຊາດຫຼວງພະບາງ, ເວລາ 18:30 ເລີ່ມພິທີທາງສາສະໜາ ຢູ່ວັດປ່າຮວກ, ເວລາ 19:00 ເປີດພິທີໄຫຼເຮືອໄຟຢ່າງເປັນທາງການ ຕາມຮີດຄອງປະເພນີ,

ພາບປະກອບຂ່າວ

ຫຼັງຈາກນັ້ນຊົມຄວາມສວຍງາມຂອງຂະບວນເຮືອໄຟແຕ່ລະພາກສ່ວນ ແຫ່ໄປຕາມເສັ້ນທາງສີສະຫວ່າງວົງຈົນເຖິງທ່ານໍ້າຂອງວັດຊຽງທອງ ແລະ ເຄື່ອນເຮືອໄຟລົງນໍ້າຕາມລໍາດັບ.

ພາບປະກອບຂ່າວ
ພາບປະກອບຂ່າວ
ພາບປະກອບຂ່າວ
ພາບປະກອບຂ່າວ

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here