ພາຍຸໄຕ້ຝຸ່ນ ໂນຣຸ (Noru) ໃນວັນທີ 26 ຫາ 30 ກັນຍາ 2022 ສະບັບທີ 2 ໃນຕອນເຊົ້າຂອງວັນທີ 26 ຫາ 27 ກັນຍາ 2022 ລົມພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16 ກໍາລັງເຄື່ອນທີ່ຢູ່ເຂດ ມະຫາສະມຸດປາຊີຟິກ ແລະ ຈະສືບຕໍ່ເຄື່ອນທີ່ມາທາງທະເລຈີນໃຕ້ຕອນກາງ, ຄາດວ່າພາຍຸໄຕ້ຝຸ່ນຫົວນີ້ຈະຂື້ນຝັ່ງ ພາກກາງຂອງປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ 28 ກັນຍາ 2022 ນີ້,


ຈາກນັ້ນຈະເຄື່ອນທີ່ຜ່ານ ພາກກາງ ແລະ ພາກໃຕ້ ຂອງປະເທດລາວໃນວັນທີ 28 ຫາ 30 ກັນຍາ 2022 ນີ້, ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງ ຖີ່ນໃນເຂດ ພາກກາງ ແລະ ພາກໃຕ້ ເຊັ່ນ: ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື.


ດັ່ງນັ້ນຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອກໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.


