
ໃນວັນທີ 26/9/2022 ເວລາ 11:30 ນາທີຫນ່ວຍກູ້ໄພອາສາເພື່ອປະຊາຊົນ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 020 56421624 – 5432 3636 ວ່າມີລົດໃຫຍ່ຕຳກັບລົດຈັກ ຈຸດເກີດເຫດບ້ານໄຮ່ ເມືອງປາກງື່ມ ນະຄອນຫລວງວຽງຈັນ.


ຫນ່ວຍກູ້ໄພອາສາເພື່ອປະຊາຊົນ ຈຶ່ງໄດ້ອອກກວດສອບເຫດພົບຜູ້ປະສົບເຫດ2 ຄົນເພດຊາຍ ເສຍຊີວິດທັງ 2 ຊາບຊື່ ຜູ້ທີ 1: ທ້າວ ລາຕີ ມີໄຊພອນ ບ້ານ ສຸຕະບາລີ, ເມືອງສາລະວັນ, ແຂວງ ສາລະວັນ. ຜູ້ທີ 2: ທ້າວ ຕຸ້ມ ຫລວງລາດ ບ້ານ ນາບຽນ.
ປະຈຸບັນເຈົ້າຫນ້າທີພວມເກັບກຳຂໍ້ມູນ ຊ່ວຍແຊຣ໌ຕາມຫາຍາດ ພີ່ນ້ອງດ້ວຍ ເບີໂທຕິດຕໍ່ກູ້ໄພ 54323636.






ຂໍ້ມູນ-ຮູບພາບ: ຫນ່ວຍກູ້ໄພ ອາສາເພື່ອປະຊາຊົນ.