
ຈາກຜູ້ໃຊ້ເຟສບຸກຊື່ Piter Zer Xar ໄດ້ໂພສພາບຮ່າງກາຍທີ່ເປັນບາດແຜຢູ່ກາງຫຼັງ ຍ້ອນຖືກຜູ້ບໍ່ຫວັງດີທຸບຕີເພື່ອຍາດຊິງເອົາລົດຈັກ ແລະ ຂອງມີຄ່າ ໃນຄ່ຳຄືນຂອງວັນທີ 24 ກັນຍາ 2022 ທີ່ຜ່ານມາ ເຫດເກີດທີ່ບ້ານຄຳຮຸ່ງ ເມືອງໄຊທານີນະຄອນຫຼວງວຽງຈັນ.

ໂດຍລົດຈັກທີ່ຖືກໂຈນເອົາໄປເປັນລົດຄລິກໄອ ສີດ ປ້າຍທະບຽນ ດບ4252. ໃຜພົບເຫັນ ຫຼື ຮູ້ເບາະແສຊ່ວຍຕິດຕໍ່ຫາເພິ່ນແນ່ເດີ່. ຊ່ວງນີ້ໂຈນ ຫຼື ຄົນຂີ້ລັກລະບາດຫຼາຍບາດ ລະມັດລະວັງກັນເເດ່ເດີພີ່ນ້ອງ! ມີສະຕິລະວັງໂຕຢູ່ຕະຫຼອດເວລາ.

