ຄລິບທີ2:
ເຫດການຂີ້ລັກແບບນີ້ ປະຈຸບັນຖືວ່າເຫັນໄດ້ແຜ່ຫຼາຍໃນສັງຄົມປະຈຸບັນ ໂດຍເຫດການຫຼ້າສຸດທີ່ເກີດຂື້ນກັບຜູູ້ໃຊ້ເຟສບຸກຊື່ Loy Loy ໄດ້ໂພສຄລິບຈາກກ້ອງວົງຈອນປິດ ທີ່ໄດ້ມີໂຈນ 2 ຄົນຂີ່ລົດຈັກມາລັກເອົາເຕົາໄຟ.


ເຫດການດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງຄວາມຢູ່ຍາກໃນສັງຄົມແລ້ວ, ຂະໜາດເຕົາໄຟແທ້ໆຍັງລັກກັນໄດ້. ດັ່ງນັ້ນ, ຈຶ່ງຝາກເຕືອນມາຍັງພໍ່ແມ່ພີ່ນ້ອງທຸກຄົນ ເພາະເຫດການແບບນີ້ມີ້ໃຫ້ເຫັນເກືອບທຸກມື້ ບໍ່ວ່າຈະເປັນເຫດການດຶງກະເປົ໋າ, ກີດກະເປົ໋າ, ຂີ້ລັກ, ປົ້ນຈີ້,… ລວມໄປເຖິງຂັ້ນທຳຮ້າຍຮ່າງກາຍເພື່ອຊິງຊັບ ສະນັ້ນ, ທຸກຄົນຈົ່ງໃຊ້ຊີວິດໃຫ້ມີສະຕິລະວັງໂຕໄວ້ຕະຫຼອດເວລາ.



