ກອງປະຊຸມໜ່ວຍປະສານ ງານປະຈໍາພື້ນທີ່ຊາຍແດນລາວ-ໄທ, ໄທ-ລາວ ລະຫວ່າງ (ແຂວງບໍ່ແກ້ວ, ແຂວງໄຊຍະບູລີ ກັບ ກອງກຳລັງຜາເມືອງ ຣາຊາອານາຈັກໄທ) ຄັ້ງທີ 2 ປະຈຳ ປີ 2022 ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2022 ນີ້, ທີ່ຫໍປະຊຸມ ຫໍຝິ່ນ, ຕຳບົນວຽງ, ອຳເພີຊຽງແສນ ຈັງຫວັດຊຽງລາຍ ປະເທດໄທ ໂດຍການເປັນປະທານຮ່ວມຝ່າຍ ລາວນຳໂດຍ ທ່ານ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງໄຊຍະບູລີ, ຫົວໜ້າຊຸດປະສານງານປະຈຳພື້ນທີ່ຊາຍແດນລາວ-ໄທ ແລະ ຝ່າຍໄທ ໂດຍແມ່ນ ທ່ານ ພົນຕີ ສຸພາເລິກ ສະຖາພອນຜົນ ຜູ້ບັນຊາການກອງກຳລັງຜາເມືອງ ຫົວໜ້າຄະນະຊຸດປະສານງານປະຈຳພື້ນທີ່ຊາຍແດນ ໄທ-ລາວ ມີສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ບັນດາຕ່າງໜ້າໜ່ວຍປະສານງານ ປະຈໍາພື້ນທີ່ຊາຍແດນຂອງ ລາວ ແລະ ໄທ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ຈາກຄະນທັງສອງຝ່າຍໃນການຈັດຕັ້ງປະຕິບັດການປະສານງານທີ່ຜ່ານມາ, ທັງເປັນການແລກປ່ຽນຄວາມຄິດເຫັນ, ຂໍ້ມູນຂ່າວສານ ແລະ ປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນລະຫວ່າງແຂວງບໍ່ແກ້ວ, ແຂວງໄຊຍະບູລີ ກັບ ກອງກຳລັງຜາເມືອງ ຮາຊາອານາຈັກໄທ, ເຊິ່ງໄລຍະຜ່ານມາ ເຫັນວ່າທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືເປັນປະຈຳ ແລະ ໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸມຜູ້ກະທຳຜິດຄ້າຂາຍຢາເສບຕິດໄດ້ຢ່າງຕໍ່ເນື່ອງເຮັດໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍດີ, ກອງປະຊຸມຄັ້ງນີ້ກໍໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນໄມຕີຈິດມິດຕະພາບທີ່ເຕັມໄປດ້ວຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແຕ່ຕົ້ນຕະຫຼອດປາຍ ເຮັດໃຫ້ ກອງປະຊຸມມີຜົນສຳເລັດຕາມລະດັບຄາດໝາຍ.
ໃນຕອນທ້າຍ ຄະນະຜູ້ແທນກອງປະຊຸມລາວ ແລະ ໄທ, ກໍໄດ້ກ່າວສະແດງ ຄວາມຂອບໃຈເຊິ່ງກັນ ແລະ ກັນ, ທີ່ເຮັດໃຫ້ການຮ່ວມມືກັນທັງ ສອງຝ່າຍລະຫວ່າງໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ, ໄທ-ລາວ ໄດ້ມີການປຶກສາຫາລືວຽກເປັນເອກະພາບກັນມີຫຼາຍເນື້ອໃນ, ຫຼາຍບັນຫາທີ່ສຳຄັນ, ອັນເປັນການປະກອບສ່ວນສຳຄັນເຂົ້າໃນການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ໃຫ້ມີຄວາມຄືບໜ້າດີຂຶ້ນ, ມີຄວາມສອດຄ່ອງກັນກ້າວໄປສູ່ການຮ່ວມມືໃນ ການແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນລາວ-ໄທ ໃຫ ມີ ປະສິດທິພາບ.
ການຈັດກອງປະຊຸມຄັ້ງ, ນີ້ກໍເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງຊາດ, ສອງກອງທັບ ລາວ-ໄທ ບົນພື້ນຖານ ຫຼັກການຂອງຄວາມສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ, ການເຄົາລົບສິດອໍານາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຄວາມເປັນເອກະລາດທາງດ້ານການເມືອງ ແລະ ບໍ່ແຊກແຊງເຂົ້າ ກິດຈະການພາຍໃນຂອງກັນ ແລະ ກັນໃຫ້ນັບມື້ກ້າວໜ້າຂະຫຍາຍ ຕົວ ແລະ ມີຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນຂອງສອງ ປະເທດອີກດ້ວຍ. ໃນຕອນທ້າຍກອງປະຊຸມຄະນະຜູ້ແທນທັງສອງຝ່າຍຍັງໄດ້ຜັດປ່ຽນກນຂື້ມມອບຂອງຂ້ວນທີ່ລະນືກໃຫ້ເຊິງກັນ ແລະ ກັນອີກດ້ວຍ.