ໃນວັນທີ 15 ກັນຍາ 2022 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ໄດ້ສຳເລັດການປະຕິບັດການຝຶກຊ້ອມ ກອບກູ້ໄພພິບັດ ພາຍຫຼັງໄດ້ດໍາເນີນມາເປັນເວລາ 5 ວັນ (10-15 ກັນຍາ 2022) ທີ່ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສົມເດັດ ປີເຈຍ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກໍາປູເຈຍ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີບັນດາການນໍາພັກ-ລັດ, ມີບັນດາທູດບັນດາປະເທດເພື່ອນມິດ ແລະ ນັກຝຶກຊ້ອມຈາກ 3 ກອງທັບເຂົ້າຮ່ວມ.
ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການຝຶກຊ້ອມພາລະກິດການຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພພິບັດທາງນໍ້າ, ທາງບົກ ແລະ ຢ້ຽມຊົມໂຮງໝໍພາກສະໜາມຈໍາລອງ.
ຈາກນັ້ນ ທ່ານພົນຈັດ ຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະຊີ້ນໍາລວມການຝຶກຊ້ອມຮ່ວມ 3 ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫຼຽນກາມິດຕະພາບ ຂອງກອງທັບປະຊາຊົນລາວ ໃຫ້ຄະນະນັກຝຶກຊ້ອມຮ່ວມຂອງກອງທັບຣາຊະອານາຈັກກໍາປູເຈຍ ແລະ ກອງທັບປະຊາຊົນ ຫວຽດນາມ.
ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮອງປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ໄດ້ຍົກໃຫ້ເຫັນວ່າ: ການຝຶກຊ້ອມຮ່ວມຄັ້ງນີ້ ແມ່ນສໍາເລັດຕາມຈຸດປະສົງຄາດໝາຍ ແລະ ແຜນການວາງໄວ້, ພ້ອມທັງຮັບປະກັນໄດ້ຄວາມປອດໄພ 100%.
ນັກຝຶກຊ້ອມໄດ້ແລກປ່ຽນບົດຮຽນ, ປະສົບການ, ຄວາມຊໍານານດ້ານວິຊາສະເພາະ, ແລກປ່ຽນດ້ານວັດທະນະທໍາ, ກິລາ ແລະ ຮີດຄອງປະເພນີຮ່ວມກັນ, ອັນເປັນການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ຊຶ່ງກັນ ແລະ ກັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຂໍ້ມູນ: ຂປລ.