ວັນທີ 7 ກັນຍາ 2022 ໂຕໂນ່ ພາຄິນ ຄໍາວິໄລສັກ ຫຼື ໂຕໂນ່ ອາຍຸ 36 ປີເກີດຢູ່ຈັງຫວັດຂອນແກ່ນ ທີ່ເປັນນັກຮ້ອງ-ນັກສະແດງ ແລະ ນັກເຕະບານຊາວໄທເຊິ່ງເປັນທີ່ຮູ້ຈັກຈາກການແຂ່ງຂັນລາຍການເດິສະຕາ 6 ( THE STAR 6 ).
ປະຈຸບັນເປັນນັກເຕະບານໃນຕໍາແໜ່ງກອງກາງໃຫ້ກັບອາຍຸດທະຍາ ຢູໄນເຕັດ ໃນໄທລີກ 2 ເຊິ່ງໃນຕອນແລງຂອງມື້ວານນີ້ເຊິ່ງກົງກັບວັນທີ 7 ກັນຍາ 2022 ລາວພ້ອມດ້ວຍຄະນະໄດ້ເດີນທາງຈາກກຸງເທບ ( ນະຄອນຫຼວງຂອງປະເທດໄທ ) ມາຍັງຈັງຫວັດນະຄອນພະນົມແລ້ວເດີນທາງໄປສານຫຼັກເມືອງຂອງຈັງຫວັດດັ່ງກ່າວເພື່ອສັກກາລະສານຫຼັກເມືອງຫຼັງຈາກນັ້ນໄດ້ຂຶ້ນເຮືອລ່ອງແມ່ນໍ້າຂອງເພື່ອໄປເບິ່ງຈຸດຂຶ້ນຝັ່ງລາວທີ່ວັດພຣະທາດ ສີໂຄດຕະບອງ ແລ້ວສັກກາລະບູຊາພຣະທາດສີໂຄດຕະບອງ.
ພາຍຫຼັງສໍາເລັດຈາກການສັກກາລະພຣະທາດສີໂຄດຕະບອງແລ້ວ ກໍ່ໄດ້ເດີນທາງເຂົ້າຢ້ຽມຢາມໂຮງໝໍແຂວງຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພະນັກງານແພດໝໍຕະຫຼອດເຖິງແຟນຄລັບຊາວລາວເມື່ອມາຮອດໂຮງໝໍແຂວງຄໍາມ່ວນ ໂຕໂນ່ ກໍ່ໄດ້ຮັບຟັງສະພາບທີ່ຕັ້ງ,ຈຸດພິເສດຂອງແຂວງ ແລະ ສະພາບລວມພາຍໃນໂຮງໝໍແຂວງເຊິ່ງສະເໜີໂດຍທ່ານ ດຣ. ແກ້ວອຸດົມ ລອດທໍາມະວົງຜູ້ອໍານວຍການໂຮງໝໍແຂວງຄໍາມ່ວນ.
ຫຼັງຈາກນັ້ນທ້າວ ພາຄິນ ຄໍາວິໄລສັກ ຫຼື ໂຕໂນກໍ່ໄດ້ແຈ້ງວັດຖຸປະສົງຂອງການເດີນທາງເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນເຊິ່ງລາວໄດ້ເວົ້າວ່: ໃນການມາເຄື່ອນໄຫວໃນຄັ້ງນີ້ກໍ່ເພື່ອມາສໍາຫຼວດເບິ່ງຈຸດລອຍນໍ້າໂດຍແມ່ນກິດຈະກໍາໜຶ່ງເພື່ອລະດົມທຶນບໍລິຈາກເຂົ້າໃນການຈັດຊື້ອຸປະກອນການແພດຂອງໂຮງໝໍນະຄອນພະນົມ ແລະ ໂຮງໝໍແຂວງຄໍາມ່ວນພ້ອມນັ້ນຍັງເປັນການເສີມຂະຫຍາຍສາຍສໍາພັນອັນດີລະຫວ່າງປະຊາຊົນສອງຊາດລາວ-ໄທ, ໄທ-ລາວໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ຫຼັງຈາກນັ້ນກໍ່ໄດ້ໄປເບິ່ງຈຸດລອຍນໍ້າຂາກັບທີ່ຫາດບ້ານນາເມືອງ ( ເທສະບານເມືອງທ່າແຂກ ) ແລ້ວລົງເຮືອກັບຈັງຫວັດນະຄອນພະນົມ.
ເນື່ອງຈາກຈັງຫວັດນະຄອນພະນົມໄດ້ຮັບການປະສານງານຈາກບໍລິສັດ ເຊັກ ໂຊ ແອນ ໂຊ ຈໍາກັດເຊິ່ງໄດ້ຮັບການມອບໝາຍຈາກທ້າວ ພາຄິນ ຄໍາວິໄລສັກ ຫຼື ໂຕໂນໃຫ້ເປັນຕົວແທນໃນການດໍາເນີນການກະກຽມຄວາມພ້ອມຂອງງານ “ one man and the river ໜຶ່ງຄົນລອຍ ຫຼາຍຄົນໃຫ້ ” ເຊິ່ງໄດ້ກໍານົດຈັດຂຶ້ນໃນວັນທີ 22 ຕຸລາ 2022 ໂດຍມີຈຸດປະສົງເພື່ອລະດົມທຶນບໍລິຈາກເພື່ອຈັດຊື້ອຸປະກອນທາງການແພດໃຫ້ກັບໂຮງໝໍຈັງຫວັດນະຄອນພະນົມ ( ຣາຊອານາຈັກໄທ ) ແລະ ໂຮງໝໍແຂວງຄໍາມ່ວນ ( ສປປ ລາວ ) ດ້ວຍການລອຍນໍ້າຂ້າມແມ່ນໍ້າຂອງຈາກເດີ່ນພະຍາສີສັດຕະນາຄາຣາດຈັງຫວັດນະຄອນພະນົມໄປຫາວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄໍາມ່ວນ ສປປ ລາວ ແລະ ລອຍນໍ້າກັບຈາກຫາດບ້ານນາເມືອງ ແຂວງຄໍາມ່ວນ ສປປ ລາວ ກັບມາເດີນພະຍາສີສັດຕະນາຄາຣາດຈັງຫວັດນະຄອນພະນົມໂດຍມີກໍານົດການສໍາຫຼວດເສັ້ນທາງກິດຈະກໍາໃນວັນພຸດທີ 7 ກັນຍາ 2022 ບໍລິເວນແມ່ນໍ້າຂອງ .