ກຸ່ມບໍລິສັດ ແຮວ່ງ ເຊິນ ມອບເງິນ 1 ຕື້ກີບ ໃຫ້ແກ່ແຂວງຄຳມ່ວນ

0
3

ວັນທີ 7 ກັນຍາ 2022 ທີ່ຫ້ອງວ່າການແຂວງຄຳມ່ວນ ກຸ່ມບໍລິສັດ ແຮວ່ງ ເຊິ່ນ ໂດຍທ່ານ ຟ້າມ ແຮວ່ງ ເຊິນ ປະທານກຸ່ມບໍລິສັດ ແຮວ່ງ ເຊິນ ໄດ້ມອບເງິນສົດ ຈໍານວນ 1 ຕື້ກີບ, ຄອມພິວເຕີ 20 ຊຸດ ແລະ ນໍ້າມັນລົດ 9.000 ລິດ ມອບໃຫ້ແກ່ແຂວງຄຳມ່ວນ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານ ແລະ ພັດທະນາແຂວງຄຳມ່ວນ ເຊິ່ງຮັບໂດຍທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ. ໂດຍມີຫົວໜ້າຫ້ອງວ່າການແຂວງ, ພະແນກການຕ່າງປະເທດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຟ້າມ ແຮວ່ງ ເຊິນ ກ່າວວ່າ: ບໍລິສັດ ແຮວ່ງ ເຊິ່ນ ແມ່ນບໍລິສັດໜຶ່ງ ທີ່ໄດ້ເຄື່ອນໄຫວຢູ່ແຂວງຄຳມ່ວນມາໄດ້ 20 ກວ່າປີ ໂດຍສະເພາະແມ່ນການລົງທຶນຢູ່ໃນຂົງເຂດການຂົນສົ່ງ ແລະ ປະຈຸບັນແມ່ນໄດ້ລົງທຶນໃສ່ໃນຂົງເຂດເກືອກາລີ, ໄຟຟ້າພະລັງງານລົມ. ສ່ວນຂົງເຂດຖ່ານຫີນກໍ່ຍັງຢູ່ໃນຂັ້ນຕອນການສຳຫຼວດ ແລະ ກະກຽມທາງດ້ານເອກະສານຕ່າງໆ.


ໂອກາດນີ້ ທ່ານຮອງເຈົ້າແຂວງຄຳມ່ວນ ກໍ່ໄດ້ສະແດງຄວາມຂອບໃຈມາຍັງປະທານກຸ່ມບໍລິສັດ ແຮວ່ງ ເຊິນ ທີ່ໄດ້ນຳເອົາເງິນສົດ ແລະ ອຸປະກອນ ມາມອບໃຫ້ແຂວງຄຳມ່ວນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ແລະ ຫວັງວ່າໃນອະນາຄົດ ກຸ່ມບໍລິສັດດັ່ງກ່າວຈະສືບຕໍ່ໃຫ້ການສະໜັບສະໜູນ ບໍ່ວ່າຈະເປັນທາງດ້ານການຊ່ວຍເຫຼືອ, ການລົງທຶນດ້ານຕ່າງໆ ເພື່ອເຮັດໃຫ້ແຂວງຄຳມ່ວນ ມີໃບໜ້າໃໝ່.

ສຳລັບອຳນາດການປົກຄອງແຂວງແມ່ນພ້ອມທີ່ຈະໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກ ເພື່ອເຮັດໃຫ້ບໍລິສັດສາມາດເຄື່ອນໄຫວໄປຕາມແຜນການລົງທຶນຂອງບໍລິສັດ.

LEAVE A REPLY

Please enter your comment!
Please enter your name here