ທ່ານ ທອງລຸນ ສີສຸລິດ ປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ 6 ທ່ານ ໄປປະຈຳຕ່າງປະເທດ

0
4

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງ ໃຫ້ບັນດາທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ໄປປະຈຳຢູ່ຕ່າງປະເທດ ຈຳນວນ 6 ທ່ານ, ຕາມລຳດັບດັ່ງນີ້.

1). ທ່ານ ສົງການ ຫຼວງມຸນິນທອນ ເອກອັກຄະລັດຖະທູດ ແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ສ ເກົາຫຼີ, 2). ທ່ານ ດວງມະນີ ຍອດສີອຸດົມ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ອັງກິດ, 3). ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາປະຈໍາ ເຢຍລະມັນ, 4). ທ່ານ ແກ້ວ ມັກຄະຜົນ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ສປປ ເກົາຫຼີ, 5). ທ່ານ ບຸນມີ ວັນມະນີ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ອິນເດຍ, 6). ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ຟີລິບປິນ.

ພິທີມອບສານຕາຕັ້ງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ ນີ້ ທີ່ນະຄອນ ຫຼວງວຽງຈັນ ໂດຍໃນພິທີ ທ່ານປະທານປະເທດ ກໍໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທັງ 6 ທ່ານ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ໄປປະຕິ ບັດໜ້າທີ່ການທູດປະຈຳຢູ່ຕ່າງປະເທດ.

ທ່ານຍັງໄດ້ກ່າວໂອ້ລົມໃນບາງບັນ ຫາສຳຄັນ ພ້ອມທັງໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ ໂດຍສະ ເພາະເນັ້ນໃຫ້ບັນດາທ່ານທູດຕ້ອງຖືສຳຄັນ ຄຳວ່າ: “ວິສາມັນຜູ້ມີອຳນາດເຕັມ”, ເຊິ່ງແມ່ນຜູ້ທີ່ມີອໍານາດເຕັມຢູ່ປະເທດນັ້ນ ໃນການຕາງໜ້າໃຫ້ປະ ເທດຊາດ ພົວພັນວຽກງານຕ່າງໆ, ເຊິ່ງບັນດາທ່ານທູດຕ້ອງໄດ້ສືບຕໍ່ຮຽນຮູ້ໃນດ້ານຕ່າງໆ ເພື່ອເຕີມເຕັມວຽກງານໃຫ້ຮອບດ້ານ ເພື່ອຈະສາມາດປະຕິ ບັດໜ້າທີ່ການທູດໃຫ້ເກີດປະໂຫຍດສູງສຸດ ແກ່ສອງໜ້າທີ່ຍຸດທະສາດຂອງເຮົາ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງປະເທດ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.


ບັນດາທ່ານທູດທີ່ຖືກແຕ່ງຕັ້ງ ຕ່າງກໍໄດ້ຖືໂອກາດນີ້ ສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນ ມາຍັງການນຳ ພັກ-ລັດຖະບານ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດ ໄປປະຕິບັດໜ້າທີ່ອັນສູງສົ່ງ ແລະ ສຸດທີ່ສຳຄັນນີ້; ພ້ອມທັງ ຈະສຸມທຸກຄວາມສາມາດ ທຸກກຳລັງທີ່ມີ ເພື່ອປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງສຸດຄວາມສາມາດ ເພື່ອໃຫ້ເກີດປະໂຫຍດສູງສຸດແກ່ ສປປ ລາວ.

LEAVE A REPLY

Please enter your comment!
Please enter your name here